ພລາເນັດເປີດຕົວ 4G ອິນເຕີເນັດຄວາມໄວສູງແລ້ວ
ບໍລິສັດ ພລາເນັດຄອມພິວເຕີ ໄດ້ເປີດບໍລິການນຳໃຊ້ອິນເຕີເນັດ 4G ມີຄວາມໄວສູງເຖິງ 10 ເມກາໄບ, ໃນຂະນະທີ່ຜູ້ປະກອບການເປີດເຜີຍເບື້ອງຕົ້ນບໍ່ໄດ້ຫວັງຕະຫລາດສູງປານ ໃດ ພຽງຢາກໂຄສະນາໃຫ້ຄົນຮັບຮູ້ວ່າ ສປປ ລາວ ກໍ່ມີການພັດທະນາລະບົບສື່ສານທີ່ທັນສະໄຫມໃນລະດັບສາກົນ. ຂະນະທີ່ງານເປີດຕົວ 4G ຄັ້ງນີ້ ສ້າງຄວາມສົນໃຈຕໍ່ລູກຄ້າ ເຊິ່ງຄາດວ່າອະນາຄົດຈະສາມາດດຶງເຂົ້າຫາລະບົບສື່ສານທີ່ໄວຂຶ້ນໄດ້.
ງານເປີດຕົວ 4G ກໍ່ຄືງານວາງສະແດງສິນຄ້າພລາເນັດເອັກສະໂປ ຈັດຂຶ້ນໃນລະຫວ່າງ ທີ 19-21 ສິງຫານີ້ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ.
ທ່ານ ຮາລີ້ ເພັດຣາສີ ຜູ້ຈັດການຝ່າຍຂາຍ ແລະ ການຕະຫລາດ ບໍລິສັດພລາເນັດຄອມພິວເຕີ ເປີດເຜີຍຕໍ່ທີມຂ່າວເສດຖະກິດວ່າ: ງານພລາເນັດເອັກສະໂປທີ່ຈັດຂຶ້ນແມ່ນເພື່ອເປີດຕົວ 4G ອິນເຕີເນັດ ແລະ ນຳສະເຫນີຜະລິດຕະພັນເຄື່ອງຮັບສັນຍານອິນເຕີເນັດ, ຖືເປັນການໂຄສະນາປະຊາສຳພັນໃຫ້ຄົນທັງພາຍໃນ ແລະ ຕ່າງປະເທດຮັບຮູ້ວ່າ ຄົນລາວສາມາດພັດທະນາລະບົບອິນເຕີເນັດທີ່ມີຄວາມໄວສູງທຽບເທົ່າກັບສາກົນ ກໍ່ຄືການນຳສະເຫນີຜະລິດຕະພັນໃຫມ່ທັນສະໄຫມຄວາມໄວສູງໃຫ້ແກ່ລູກຄ້າເປົ້າຫມາຍທີ່ຕ້ອງການສື່ສານທາງດ້ານອິນເຕີເນັດໄດ້ໄວຂຶ້ນ.
ການເປີດລະບົບ 4G ອິນເຕີເນັດຂອງບໍລິສັດພລາເນັດຄອມພິວເຕີ ພວກເຮົານີ້ ເບື້ອງຕົ້ນຍັງບໍ່ໄດ້ຄາດຫວັງຫຍັງຫລາຍຈາກລູກຄ້າໃນຕະຫລາດອິນເຕີເນັດຂອງລາວ ໂດຍຈະເບິ່ງຕະຫລາດໄປກ່ອນທັງສູ້ຊົນຂະຫຍາຍຕະຫລາດໃຫ້ປົກຄຸມທົ່ວນະຄອນຫລວງ ຫລັງຈາກນັ້ນກໍ່ຈະຂະຫຍາຍໄປຍັງຕ່າງແຂວງໃນທົ່ວປະເທດ.
ຈາກການເປີດງານສອງສາມວັນຜ່ານມາ ກໍ່ເຫັນວ່າລູກຄ້າມີຄວາມສົນໃຈບໍ່ຫນ້ອຍຕໍ່ລະບົບ 4G ອິນເຕີເນັດ ສຳລັບຄ່າບໍລິການເບື້ອງຕົ້ນປະມານ 2 ແສນກີບ ແລະ ຂຶ້ນກັບການໃຊ້ງານນ້ອຍ ຫລື ຫລາຍ.
ງານດັ່ງກ່າວ ບໍລິສັດພລາເນັດ ຍັງໄດ້ເຊີນບໍລິສັດດາຕາຄອມ, ເຄພຣາຊາ, ຈີໂຣ ຄອມພິວ ເຕີ ແລະ micc ນຳເອົາຜະລິດຕະພັນຂອງຕົນເຂົ້າຮ່ວມ ແລະ ປາກົດວ່າສິນຄ້າຫລາຍຢ່າງກໍ່ໄດ້ຮັບການຕອບຮັບດີຈາກລູກຄ້າ, ເປັນຕົ້ນ: ໂນດບຸກ, ແອວຊີ ດີ, ໂທລະສັບ ແລະ ອຸປະກອນຕ່າງໆທາງອິນເຕີເນັດ.
ທ່ານ ທັນສະໃຫມ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານກ່າວວ່າ: ບໍລິສັດພລາເນັດໄດ້ມີການພັດທະນາ ແລະ ນຳຜະລິດຕະພັນໃຫມ່ໆເຂົ້າມາຊ່ວຍເຮັດໃຫ້ລະບົບຂໍ້ມູນ-ຂ່າວສານມີການປ່ຽນແປງຫັນໄປສູ່ຄວາມທັນສະໄຫມໄວພໍສົມຄວນ ແລະ ກ່ອນຫນ້ານີ້ລາວເຮົາ ກໍ່ມີການເປີດບໍລິການລະບົບ 3G ເທື່ອນີ້ເປັນການເປີດລະບົບ 4G ອິນເຕີເນັດຖືວ່າລະບົບການສື່ສານຂອງລາວໄດ້ມີການພັດທະນາໄວ.
Source: Ecom
ຄົນລາວເກັ່ງ ຫລາຍ
ຢ່າວ່າແຕ່ 4G ເລີຍ ຂໍໃຫ້ 3G ບ້ານເຮົາປ່ອຍຄວາມໄວຂອງ internet 3G ໃຫ້ມັນເຕັມປະສິດທິພາບກ່ອນສະ ລະຈັ່ງມາເວົ້າເລື່ອງ 4G ນີ .... ຂຶ້ນຊື່ວ່າ 4G ຈະໄວກວ່າ 3G ແຕ່ຖ້າ 4G ປ່ອຍຄວາມໄວອອກມາສໍ່າ 3G ມັນກໍ່ຄືເກົ່າຫັນແລະ b-(
ຈັກ G ກະຢ່າເຖາະ ແຕ່ລາຄາ ຫັ້ນນະ ....
ຕາຍແຕ່ໂຄສະນາ ເອົາ 3G ໃຫ້ມັນດີກ່ອນເທາະ ຫົວຄິດບໍ່ມີການພັດທະນາຈັກໜ່ອຍ