ວຽງຈັນວາງແຜນ ຍົກຍ້າຍສາຍໄຟຟ້າທັງຫມົດ ລົງພື້ນດິນ

ວັນທີ 5 ກັນຍາ 2011 ນີ້ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ (ຍທຂ) ຮ່ວມກັບບໍລິສັດ ຮົວເວີຍ ເທັກໂນໂລຢີ ຈຳກັດ ແຫ່ງ ສປ ຈີນ ໄດ້ຈັດກອງປະຊຸມກ່ຽວກັບການສຶກສາຄວາມເປັນໄປໄດ້ໂຄງການບໍລິຫານ ແລະ ການຄຸ້ມຄອງຕົວເມືອງ ດ້ວຍລະບົບເອເລັກໂຕຼນິກຂອງນະຄອນຫຼວງ ທີ່ໂຮມແຮມດອນຈັນ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອຸດອນ ແຍງວັນນະວົງ ຮອງຫົວໜ້າພະແນກ ຍທຂ ນະຄອນຫຼວງວຽງຈັນ ມີບັນດາຫົວໜ້າ ຮອງຫົວໜ້າ ພະແນກການ ຫ້ອງການ ພະນັກງານ ວິຊາການ ຈາກຂະແໜງການກ່ຽວຂ້ອງອ້ອມຂ້າງນະຄອນຫຼວງເຂົ້າຮ່ວມ.
ຕາມບົດກ່າວເປີດຂອງທ່ານ ອຸດອນ ແຍງວັນນະວົງ ກ່າວວ່າ: ເພື່ອເຮັດໃຫ້ການພັດທະນານະຄອນຫຼວງວຽງຈັນ ເປັນໄປຕາມຜັງຊີ້ນຳລວມ ແລະ ສະເພາະຂອງລັດຖະບານ ທີ່ໄດ້ຮັບຮອງຈາກການສຶກສາຂອງອົງການໄຈກາ ການພັດທະນາຕົວເມືອງວຽງຈັນ ແມ່ນຍັງຄົງມີສິ່ງທ້າທາຍຫຼາຍໆຢ່າງທີ່ເປັນອຸປະສັກໃນການຜັນຂະຫຍາຍ 6 ສ ໃຫ້ສຳເລັດ ເປັນຕົ້ນແມ່ນຄວາມບໍ່ເປັນລະບຽບ ແລະ ບໍ່ສວຍງາມຕາຂອງບັນດາສາຍໄຟຟ້າ ສາຍໂທລະສັບ ແລະ ສາຍນຳສົ່ງສັນຍານອື່ນໆຕາມເສົາໄຟຟ້າ ໃນເທດສະບານ ທີ່ເຮັດໃຫ້ການປະຕິບັດ ສ.ສະຫວ່າງ ສ.ສີວິໄລ ແລະ ສ.ສະເໜ ຍັງປະຕິບັດບໍ່ໄດ້ຮັບໝາກຜົນຢ່າງສົມຄວນ.
ບັນດາໜ້າວຽກດັ່ງກ່າວ ນັກວິຊາການທັງສອງຝ່າຍໄດ້ຮ່ວມກັນຈັດຕັ້ງປະຕິບັດມາແຕ່ວັນທີ 4/3/2011 ເປັນຕົ້ນມາ ແລະ ຜົນການສຶກສາສຳຫຼວດທີ່ໄດ້ມານັ້ນ ໄດ້ມາສະເໜີຢູ່ໃນກອງປະຊຸມຄັ້ງນີ້ ເພື່ອໃຫ້ຜູ້ເຂົ້າຮ່ວມພ້ອມກັນຄົ້ນຄ້ວາ ແລະ ປະກອບຄຳເຫັນໃສ່ເນື້ອໃນໃຫ້ສົມບູນແບບ ເພື່ອຈະໄດ້ນຳໄປຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ ແລະ ໂຄງການນີ້ຄາດວ່າຈະໄດ້ລົງມືຈັດຕັ້ງປະຕິບັດໃນທ້າຍປີນີ້ ແລະ ການປະຕິບັດຈະໃຊ້ເວລາ 271 ວັນ ໃຫ້ສຳເລັດ.
Wao, that is not an easy to do. Even here in America and Canada still hang or using an electric poll. if Laos do it, Its would great for our country. Well, w'll see.
Laos will be like Luxemburg or Liechtenstein or even like Switzerland in the future due to not too densly population but full of natural resource! GO LAOS GO GO.. we cann do more better than this!!
ຜູ່ແທນເມືອງຂ້ອຍກໍ່ຢາກເອົາສາຍໄຟຟ້າ ສາຍໂທລະສັບແລະສາຍໂທລະທັດລົງພື້ນດິນ
ແຕ່ປະຊາຊົນບໍ່ພ້ອມເພາະເຂົາບໍ່ຢາກເສຍພາສີຕື່ມແລະບໍ່ຢາກເສຍຄ່າໄຟຟ້າ ຄ່າໂທລະສັບ
ແລະຄ່າໂທລະທັດເພີ້ມຂຶ້ນ.
Whao.. awesome... !
great job