ນັກທຸລະກິດຈີນ ສໍາປະທານທີ່ດິນ 300 ເຮັກຕາປູກພືດລະດູແລ້ງຢູ່ລາວ

ກຸ່ມບ້ານທາດ ເມືອງລອງ ໄດ້ຮ່ວມເຊັນບົດບັນທຶກສັນຍາລະຫວ່າງນັກທຸລະກິດ ສປ ຈີນ ໃນວັນທີ 25 ຕຸລາທີ່ຈະມາລົງທຶນປູກພືດລະດູແລ້ງຄື: ຫມາກອຶ ແລະ ຫມາກແຕງໂມ ຢູ່ກຸ່ມ ບ້ານທາດ ໂດຍມີທ່ານ ແສງແກ້ວ ດວງຕາວິໄລ ເລຂາຄະນະພັກຮາກຖານກຸ່ມບ້ານທາດມີນັກທຸລະກິດ, ອຳນາດການປົກຄອງບ້ານ, ການເງິນຂັ້ນບ້ານ ແລະ ພະນັກງານກຸ່ມບ້ານເຂົ້າຮ່ວມ.
ທ່ານ ແສງແກ້ວ ດວງຕາວິໄລ ໄດ້ເຜີຍແຜ່ຂໍ້ຕົກລົງຂອງທ່ານເຈົ້າເມືອງລອງ ແຂວງຫລວງນ້ຳທາ ສະບັບເລກທີ 224/ຈມ, ລົງວັນທີ 14 ມີນາ 2011 ວ່າດ້ວຍການເກືອດຫ້າມເອົາເນື້ອທີ່ນາມາເຮັດສວນກ້ວຍແບບຄົງທີ່ ແລະ ຜ່ານບົດສັນຍາຂອງນັກລົງທຶນປູກພືດລະດູແລ້ງຢູ່ກຸ່ມບ້ານທາດໃນປີ 2011-2012 ໃຫ້ນັກທຸລະກິດລົງທຶນຈາກ ສປ ຈີນ ເຂົ້າໃຈແຈ້ງຕໍ່ລະບຽບການຕ່າງໆຂອງພັກ-ລັດວາງອອກ. ລະດູແລ້ງປີນີ້ມີ 7 ບໍລິສັດເຂົ້າມາສຳປະທານເຊົ່າເນື້ອທີ່ດິນນານຳປະຊາຊົນ ຈຳນວນ 300 ກວ່າເຮັກຕາ.
ທ່ານ ບູນຫອມ ແສງພູວົງ ຫົວຫນ້າຫ້ອງການຄຸ້ມຄອງທີ່ດິນປະຈຳເມືອງໄດ້ຍົກໃຫ້ເຫັນກົດຫມາຍ ວ່າດ້ວຍສິ່ງແວດລ້ອມ ສະບັບລົງວັນທີ 26 ເມສາ 1999 ເພື່ອເຮັດໃຫ້ທຸກຄົນຮູ້ຈັກປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນບໍ່ໃຫ້ມີຜົນກະທົບຕໍ່ທຳມະຊາດ ແລະ ປະຊາຊົນ. ພ້ອມດຽວກັນນີ້ ເລຂາຄະນະພັກຮາກຖານກຸ່ມບ້ານທາດກໍ່ໄດ້ຮຽກຮ້ອງໃຫ້ນັກທຸລະກິດທີ່ມາລົງທຶນຢູ່ກຸ່ມບ້ານດັ່ງກ່າວຈົ່ງ ພ້ອມກັນປະຕິບັດຕາມລະບຽບກົດຫມາຍຂອງ ສປປ ລາວ ວາງອອກ, ປະຕິບັດຕາມຫລັກການຕ່າງຝ່າຍຕ່າງມີຜົນປະໂຫຍດບໍ່ແຊກແຊງພາຍໃນຂອງກັນ ແລະ ກັນ, ການເງິນຂັ້ນບ້ານຈົ່ງຄຸ້ມຄອງການລົງທຶນໃຫ້ຖືກຕ້ອງຕາມລະບຽບກົດຫມາຍ ແລະ ເກັບພັນທະອາກອນໃຫ້ໄດ້ຕາມຄາດຫມາຍ.
Ecom