ການຂຶ້ນທະບຽນໂທລະສັບມືຖື ອາດມີປັນຫາ

*(ຂປລ) ກະຊວງ ໄປສະນີ ໂທລະຄົມ ແລະ ການສື່ສານໄດ້ອອກແຈ້ງການໃນວັນທີ 17 ຜ່ານມານີ້ວ່າ: ນັບຕັ້ງແຕ່ວັນທີ 1 ພະຈິກ 2011 ຫາ ວັນທີ 1 ພຶດສະພາ 2012 ບັນດາປະຊາຊົນທຸກຊັ້ນຄົນທົ່ວປະເທດທີ່ນຳໃຊ້ໂທລະສັບ ມືຖືແບບຕື່ມເງິນຈະຕອ້ງກະກຽມບັດປະຈຳຕົວ/ໃບຢັ້ງຢືນທີ່ຢູ່ ແລະ ສຳມະໂນຄົວເພື່ອນຳ ຕິດໂຕໄປຂຶ້ນທະບຽນໃນການແຈ້ງເລກໝາຍໂທລະສັບ ຂອງຕົນເອງຢ່າງເປັນທາງການຢູ່ຕາມສູນບໍລິການຂອງບໍລິສັດ ຜູ້ທີ່ໃຫ້ບໍລິການດ້ານໂທລະຄົມມະນາ ຄົມພາຍໃນ 6 ເດືອນໃຫ້ສຳເລັດ ສະນັ້ນ ຖ້າບຸກຄົນ ຫລື ນິຕິບຸກຄົນໃດຫາກບໍ່ໄປຂຶ້ນທະບຽນເລກໝາຍຂອງຕົນຖືວ່າເບີດັ່ງກ່າວຈະບໍ່ສາມາດໃຊ້ໄດ້ທັນທີ. ຂະນະທີ່ ປະຊາຊົນສ່ວນໃຫຍ່ໃຫ້ທັດສະນະວ່າ: ການຂຶ້ນທະບຽນເບີໂທລະສັບມືຖືແບບຕື່ມເງິນນັ້ນແມ່ນສິ່ງທີ່ດິ ແລະ ທັງຮັບປະກັນຄວາມໝັ້ນຄົງຂອງຊາດ ໄດ້ອີກດ້ວຍ ແຕ່ຂັ້ນຕອນການຂຶ້ນຖະບຽນນັ້ນ ເຂົາເຈົ້າຢາກຂໍໃຫ້ກະຊວງ ໄປສະນີ ໂທລະຄົມ ແລະ ການສື່ສານຄວນເປີດໂອກາດ ແລະ ໃຫ້ທາງເລືອກໃນ ຫລາຍແງ່ມູມເພື່ອໃຫ້ສິ່ງອຳນວຍຄວາມສະດວກດ້ວຍ ວິທີສຳລັບກຸ່ມຜູ້ໃຊ້ໂທລະສັບມືຖືໂດຍສະເພາະການຂຶ້ນທະບຽນນັ້ນ ອາດຈະສາມາດອະນຸຍາດໃຫ້ອົງ ການຈັດຕັ້ງຂອງລັດ ຫລື ເອກະຊົນສາມາດເກັບກຳເອົາຕົວເລກຜູ້ໃຊ້ໂທລະສັບມືຖືຕາມໜ່ວຍງານຕ່າງໆທີ່ຕົນເຮັດວຽກຢູ່ ຫລັງຈາກນັ້ນຈິ່ງສົ່ງບໍລິສັດຜູ້ໃຫ້ ບໍລິການ ພ້ອມດຽວກັນນັ້ນ ປະຊາຊົນຜູ້ທີ່ອາຢູ່ຕາມບ້ານ ຫລື ທ້ອງຖິ່ນຕ່າງໆນັ້ນກໍອາດເປັນອຳນາດການປົກຄອງທ້ອງຖິ່ນ ເປັນຜູ້ເກັບກຳຕົວເລກດັ່ງກ່າວເພື່ອ ສົ່ງຕໍ່ໃຫ້ບໍລິສັດ ຊຶ່ງບັນຫາດັ່ງກ່າວນັ້ນ ເຂົາເຈົ້າຄິດວ່າມັນຈະສະດວກສະບາຍເພີ່ມຂຶ້ນຕື່ມອີກລະດັບໜຶ່ງ ແລະ ທັງຫລຸດຜ່ອນຄວາມສັບສົນ ຫລື ການແອອັດ ຕາມຈຸດຕ່າງໆໄດ້ຢ່າງມີປະສິດທິຜົນ.
ບໍລິສັດລາວໂທລະຄົມໄດ້ເປີດອາທິດນີ້ວ່າ: ຜູ້ທີ່ໃຊ້ໂທລະສັບມືຖືແບບຕື່ມເງິນສາມາດໄປລົງທະບຽນຕາມຈຸດບໍລິການຕ່າງໆ ທີ່ໃກ້ບ້ານຂອງຕົນໄດ້ຕາມເວລາ ລັດຖະການ ແຕ່ກ່ອນໄປແຈ້ງນັ້ນບໍ່ຄວນລື່ມບັດປະຈຳຕົວ/ໃບຢັ້ງຢືນທີ່ຢູ່ ແລະ ສຳມະໂນຄົວ ຕ້ອງຖືຕິດໂຕໄປພ້ອມ ສ່ວນຄົນຕ່າງປະເທດສາມາດນຳໃຊ້ ປັດສະປອດ ( passport) ກໍໄດ້.
ແນວໃດກໍດີ ສປປ ລາວ ໄດ້ລາຍງານວ່າມີປະຊາກອນປະມານ 6 ລ້ານຄົນ ທົ່ວປະເທດໄດ້ໂທລະສັບເພື່ອຕິດຕໍ່ພົວ ແລະ ສື່ສານກັບຄອບຄົວ, ໝູ່ເພື່ອນ ແລະ ຂົງເຂດທຸລະກິດຕ່າງໆລວມທັງພາຍໃນ ແລະ ຕ່າງປະເທດ ຊຶ່ງຖືວ່າ ການໃຊ້ໂທລະສັບແມ່ນບັນຫາຊີວິດປະຈຳວັນທີ່ຈຳເປັນ.
ນັກວິຊາການດ້ານໂທລະຄົມມະນາຄົມກ່າວວ່າ: ການປະກາດໃຫ້ຜູ້ນຳໃຊ້ໂທລະສັບມືຖືແບບຕື່ມເງິນ ຂຶ້ນທະບຽນນັ້ນອາດສົ່ງຜົນເຮັດໃຫ້ບາງກຸ່ມຄົນຫລຸດ ຈຳນວນການໃຊ້ຊິມທີ່ມີຫລາຍເລກໝາຍໄວ້ໃນຄອບຄອງລົງ ເພາະໄລຍະຜ່ານມາ ຄົນສ່ວນໃຫຍ່ສາມາດຊື້ຊິມໃນລາຄາທີ່ຖືກ ແລະ ສະດວກສະບາຍທີ່ສຸດ ໂດຍບໍ່ຈຳເປັນຕ້ອງຂຶ້ນທະບຽນຈາກລາຄາ 50.000 ກີບ ໃນປີ 2008 ມາ ເປັນ 10.000 ກີບ ໃນ 2011 ຊຶ່ງບັນຫາດັ່ງກ່າວເຮັດໃຫ້ຄົນເລືອກຊື້ ຫລື ເລືອກໃຊ້ ຕາມໃຈມັກຂອງຕົນ. ສະນັ້ນ ຄົນບາງກຸ່ມຄິດວ່າ ການໄດ້ມີໂອກາດເລືອກຊື້-ເລືອກໃຊ້ຕາມໃຈມັກນັ້ນເປັນການເປີດຊ່ອງທາງເຮັດໃຫ້ເຂົາເຈົ້າສາມາດຕິດຕໍ່ ພົວພັນກັບກຸ່ມຄົນສ່ວນໃຫຍ່ໄດ້ແບບອິດສະຫລະ ແຕ່ໃນທາງກົງກັນຂ້າມ ການເປີດໂອກາດໃຫ້ຄົນມີສິດຊື້ຊິມໂທລະສັບແບບຕື່ມເງິນໂດຍບໍ່ຈຳເປັນຕ້ອງຂຶ້ນ ທະບຽນນັ້ນໄດ້ກໍໃຫ້ເກີດທາງຜົນດີ ແລະ ບວກໄປພ້ອມໆກັນ ຊຶ່ງນັກວິຊາ ການດ້ານຄວາມໝັ້ນຄົງຂອງຊາດໄດ້ໃຫ້ທັດສະນະວ່າ: ການເປີດໂອກາດໃຫ້ຄົນມີ ສິດຊື້ຊິມໂທລະ ສັບແບບຕື່ມເງິນໂດຍບໍ່ຈຳເປັນຕ້ອງຂຶ້ນທະບຽນນັ້ນອາດມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງຊາດ ເນື່ອງຈາກວ່າມີຫລາຍກຸ່ມຄົນຢູ່ຮ່ວມກັນໃນ ສັງຄົມທີ່ໃຊ້ໂທລະສັບມືຖືແບບຕື່ມເງິນຕິດຕໍ່ພົວພັນໃນຫລາຍຮູບແບບ ຊຶ່ງເຮົາບໍ່ສາມາດລະບຸຊື່ໄດ້ວ່າເບີຂອງກຸ່ມຄົນໃດ ນີ້ໝາຍຄວາມວ່າຜູ້ໃດຕ້ອງການຢາກ ໄດ້ຊິມທີ່ໃໝ່ສາມາດເຂົ້າໄປຊື້ ແລະ ໃຊ້ໄດ້ທັນທີ ເມື່ອບໍ່ຢາກໃຊ້ຊິມເກົ່າແລ້ວກໍສາມາດຖິ້ມໄດ້ທັນທີໂດຍບໍ່ມີຄວາມຮູ້ສຶກເສຍດາຍ ແລະ ບໍ່ມີໃຜຮູ້ອີກວ່າເບີນີ້ ເປັນຂອງໃຜ.
stupid idea i am not agree with them
can some one translate please
Translate please!!!
Well just do it/ it was very good idea to register phone number before they use, bez it secure to our country, secure to the Lao people if you do not register maybe 10,000 kip can kill many people bez we do not know who use this number and how can we find out. If Lao goverment cant pass this into law then lao in the future still have something around us to FEAR n SCARE. thanks
New PDR government regulation required every cell phone owner to register with PDR authority has indicated that there is too much government intrusion into PRIVATE LIFE. Government have crossed the line to interfere with private life. It is clearly an INVASION of oppressed regime into private matter. Government are stepping TOO DEEP in very dangerous territory. Stop.Stop.Stop
hehehe that is stupid idea , i am not agree with !
many country are very modern country in asian region but can use is freedom !
it is funny idea !
i have been to many countries , singapore , malaysia , thailand and .... but i can bought sim easy and their country not yet registant!
it is idea , laos is not devedopement and behide in the time !!
funny idea !