ບໍລິການໃໜ່ຈາກ UNITEL ໂທ 107 ຕອບໄດ້ທຸກເລື້ອງ

ວັນທີ 1/10/2011 ບໍລິສັດ Star Telecom (Unitel) ໄດ້ສະໜອງການບໍລິການຕອບຂໍ້ມູນລວມຜ່ານ ໝາຍເລກ 107 ໃຫ້ແກ່ລູກຄ້າທີ່ນຳໃຊ້ບໍລິການຂອງ ຢູນີເທວ ໂດຍມີຄຳຂັວນທີ່ວ່າ ການບໍລິການ 107 ວ່ອງໄວ ສັດເຈັນ ແລະ ສະດວກ ສະນັ້ນ ມາເຖິງປະຈຸບັນນີ້ Unitel ແມ່ນບໍລິສັດທຳອິດ ທີ່ໄດ້ສະໜອງການບໍລິການຕອບບັນດາຂໍ້ມູນກ່ຽວກັບເສດຖະກິດ-ສັງຄົມ ສ້າງຄວາມສະດວກສະບາຍໃຫ້ລູກຄ້າເມື່ອຊອກຫາ ແລະ ຕ້ອງການທີ່ປຶກສາກ່ຽວກັບທຸກຂໍ້ມູນ ນັບແຕ່ວັນທີ 1/10–31/10/2011 Unitel ຈະບໍ່ຄິດໄລ່ຄ່າບໍລິການ ເລີ່ມແຕ່ວັນທີ 1/11–31/12/2011 ຄ່າບໍລິການແມ່ນ 300 ກີບ/ນາທີ ແລະ ແຕ່ວັນທີ 1/1/2012 ຄ່າບໍລິການຈະແມ່ນ 1,500 ກີບ/ນາທີ ສາມາດນຳໃຊ້ບໍລິການໄດ້ທັງເບີຕື່ມເງິນ ແລະ ເບີລາຍເດືອນ ແລະ ບໍວ່າເວລາໃດ ທ່ານກໍ່ສາມາດນຳໃຊ້ການບໍລິການນີ້ໄດ້ຕະຫຼອດ 24 ຊົວໂມງ.
ທ່ານ ຟ້ານ ແທງ ຊ້າງ ຜູ້ອຳນວຍການໃຫຍ່ ບໍລິສັດ ຢູນີເທວ ໄດ້ກ່າວວ່າ 107ແມ່ນການບໍລິການໃໝ່ ສຳລັບລູກຄ້າຂອງ ຢູນີເທວ ດ້ວຍຄວາມຫວັງຢາກຊ່ວຍເຫຼືອ ແລະ ເປັນທີ່ປຶກສາກ່ຽວກັບບັນດາຂໍ້ມູນທີ່ສຳຄັນ ເມື່ອເວລາລູກຄ້າພົບຂໍ້ຫຍຸ້ງຍາກ ຫຼື ມີຄວາມຕ້ອງການ ໃນໄລຍະເບື້ອງຕົ້ນທີ່ໃຫ້ບໍລິການ ແນ່ນອນວ່າ ຈະບໍ່ຫຼີກລ້ຽງຂໍ້ຜິດພາດໄດ້ ແຕ່ພວກເຮົາຈະເອົາໃຈໃສ່ ເພື່ອຍົກສູງຄຸນນະພາບໃນການບໍລິການ ເພື່ອເຮັດໃຫ້ລູກຄ້າພໍໃຈກ່ຽວກັບການບໍລິການຂອງ ຢູນີເທວ.
ເນື້ອໃນການປຶກສາຂອງສູນ 107ລວມມີຄືດັ່ງນີ້:
· ຂໍ້ມູນການສຶກສາ, ຝຶກອົບຮົມ, ໄປຮຽນຕ່າງປະເທດ, ການສອບເສັງຈົບຊັ້ນ, ຄະແນນເລື່ອນຊັ້ນ ແລະ ການເສັງເຂົ້າມະຫາວິທະຍາໄລ, ຊັ້ນສູງ, ຊັ້ງກາງ.
· ຂໍ້ມູນລວມກ່ຽວກັບເສດຖະກິດ: ລາຄາຄຳ, ອັດຕາແລກປ່ຽນ, ຕະຫຼາດຫຼັດຊັບ, ດອກເບຍທະນາຄານ, ການຈັດຫາງານໄປເຮັດວຽກຢູ່ຕ່າງປະເທດ, ລາຄາສິ້ນຄ່າຕ່າງໆ.
· ຂໍ້ມູນກະສິກຳ, ລາຄາສິນຄ້າກະສິກຳ.
· ຂໍ້ມູນສະທິຕິຂອງເສດຖະກິດ-ສັງຄົມຢູ່ບັນດາແຂວງ, ຕົວເມືອງ ແລະ ທົ່ວປະເທດ.
· ຂໍ້ມູນຂັ້ນຕອນການບໍລິຫານ, ຂັ້ນຕອນທີ່ດິນ ແລະ ຂັ້ນຕອນພຶ້ນຖານຂອງກົດໝາຍຕ່າງໆ.
· ຂໍ້ມູນຄົມມະນາຄົມ ແລະ ການຂົນສົ່ງ.
· ຂໍ້ມູນວີທະຍຸ, ໂທລພາບ, ການສະແດງສິລະປະ.
· ຂໍ້ມູນການທ່ອງທ່ຽວ, ຊົມທິວທັດອັນງົດງາມ, ຮ້ານອາຫານ, ໂຮງແຮມ.
· ສະໝຸດໂທລະສັບ, ບັນດາຂໍ້ມູນທີ່ຕ້ອງການຕ່າງໆ.
· ຂໍ້ມູນກ່ຽບກັບພະຍາດທີພົບໄດ້ທົ່ວໄປ, ຄວາມຮູ້ທາງດ້ານການແພດ.
· ຂໍ້ມູນກ່ຽວກັບງານບັນເທິງ, ສຽງເອີ້ນເຂົ້າ, ສຽງເພງລໍສາຍ, ເພງຂອງຂວັນ (gift music),...
Unitel ໃຫ້ບໍລິການ 24ຊົ່ວໂມງ ທຸກໆມື້. ເພື່ອນຳໃຊ້ການບໍລິການລູກຄ້າພຽງແຕ່ໂທ 107. ສະນັ້ນ, ປະຈຸບັນນີ້ ຢູນີເທວ ມີບັນດາໜ່ວຍງານຕອບ ແລະ ດຸູແລລູກຄ້າຄື້ດັ່ງນີ້:
-ໂທ 107: ຕອງຂໍ້ມູນກ່ຽວກັບເສດຖະກິດ-ສັງຄົມ.
-ໂທ 108: ຮັບຟັງກ່ຽວກັບໂປໂມຊັນ ຜະລິດຕະພັນ ແລະ ການບໍລິການ.
-ໂທ 109: ຕອບຂໍ້ມູນກ່ຽວກັບໂປໂມຊັນ ຜະລິດຕະພັນ ແລະ ການບໍລິການ.
-ໂທ 021 999666: ແຈ້ງບັນຫາກ່ຽວກັບຜະລິດຕະພັນທີ່ເປ່ເພ.
-ໂທ 021 999777: ຊອງທາງສະໜັບສະໜູນ.
-ໂທ 021 999888: ຂາຍສິນຄ້າເຖິງບ້ານ.