|

ການຂຶ້ນທະບຽນໂທລະສັບມືຖື ອາດມີປັນຫາ

*(ຂປລ) ກະຊວງ ​ໄປສະນີ ​​ໂທລະ​ຄົມ ​ແລະ ການ​ສື່ສານ​ໄດ້​ອອກ​ແຈ້ງ​ການ​ໃນ​ວັນ​ທີ 17 ຜ່ານ​ມາ​ນີ້​ວ່າ: ນັບ​ຕັ້ງ​ແຕ່​ວັນ​ທີ 1 ພະຈິກ 2011 ຫາ ວັນ​ທີ 1 ​ພຶດສະພາ 2012 ບັນດາ​ປະຊາຊົນ​ທຸກ​ຊັ້ນ​ຄົນ​ທົ່ວ​ປະ​ເທດ​ທີ່​ນຳ​ໃຊ້​ໂທລະສັບ​ ມື​ຖື​ແບບ​ຕື່ມ​ເງິນ​ຈະ​ຕອ້ງ​ກະກຽມ​ບັດປະ​ຈຳ​ຕົວ/​ໃບ​ຢັ້ງຢືນ​ທີ່ຢູ່ ​ແລະ ສຳ​ມະ​ໂນ​ຄົວ​ເພື່ອ​ນຳ ​ຕິດ​ໂຕໄປ​ຂຶ້ນ​ທະບຽນ​​ໃນ​ການ​ແຈ້ງ​​ເລກ​ໝາຍ​ໂທລະສັບ ​ຂອງ​ຕົນ​ເອງ​ຢ່າງ​ເປັນ​ທາງ​ການ​ຢູ່ຕາມ​ສູນບໍລິການ​ຂອງ​ບໍລິສັດ​ ຜູ້​ທີ່​ໃຫ້​ບໍລິ​ການດ້ານ​ໂທລະ​ຄົມມະນາ ຄົມ​ພາຍ​ໃນ 6 ​ເດືອນ​ໃຫ້​ສຳ​ເລັດ ສະ​ນັ້ນ ຖ້າ​ບຸກຄົນ ຫລື ນິຕິບຸກຄົນ​ໃດ​ຫາກ​ບໍ່​ໄປ​ຂຶ້ນ​ທະບຽນ​ເລກ​ໝາຍ​ຂອງ​ຕົນ​ຖື​ວ່າ​ເບີ​ດັ່ງກ່າວ​ຈະ​ບໍ່​ສາມາດ​ໃຊ້​ໄດ້​ທັນທີ. ຂະນະ​ທີ່ ປະຊາຊົນ​ສ່ວນ​​ໃຫຍ່​​ໃຫ້​ທັດສະນະ​ວ່າ: ການ​ຂຶ້ນ​ທະບຽນ​ເບີ​​ໂທລະສັບ​ມື​ຖື​ແບບ​ຕື່ມ​ເງິນ​ນັ້ນ​ແມ່ນ​ສິ່ງ​ທີ່​ດິ​ ແລະ ທັງຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ຊາດ ​ໄດ້​ອີກ​ດ້ວຍ ​ແຕ່ຂັ້ນ​ຕອນການ​ຂຶ້ນ​ຖະບຽນນັ້ນ ​ເຂົາ​ເຈົ້າ​ຢາກ​ຂໍ​ໃຫ້​ກະຊວງ ​ໄປສະນີ ​​ໂທລະ​ຄົມ ​ແລະ ການ​ສື່ສານ​ຄວນ​​​ເປີດ​ໂອກາດ ​ແລະ ​ໃຫ້​ທາງ​ເລືອ​ກ​ໃນ ​ຫລາ​ຍ​ແງ່​ມູມ​ເພື່ອ​ໃຫ້​ສິ່ງ​ອຳນວຍ​ຄວາມ​ສະ​ດວກ​ດ້ວຍ ​ວິທີ​ສຳລັບກຸ່ມ​ຜູ້​ໃຊ້​ໂທລະສັບ​ມື​ຖື​ໂດຍ​ສະ​ເພາະ​ການ​ຂຶ້ນ​ທະບຽນ​ນັ້ນ ​ອາດ​ຈະ​ສາມາດ​ອະນຸຍາດ​ໃຫ້​ອົງ ການ​ຈັດ​ຕັ້ງ​ຂອງ​ລັດ ຫລື ​ເອກະ​ຊົນ​ສາມາດ​ເກັບ​ກຳ​ເອົາ​ຕົວ​ເລກ​ຜູ້​ໃຊ້​ໂທລະສັບ​ມື​ຖື​ຕາມ​ໜ່ວຍ​ງານ​ຕ່າງໆທີ່​ຕົນ​ເຮັດ​ວຽກ​ຢູ່ ຫລັງ​ຈາກ​ນັ້ນ​ຈິ່ງ​ສົ່ງ​ບໍລິສັດຜູ້​ໃຫ້​ ບໍລິການ ພ້ອມ​ດຽວ​ກັນ​ນັ້ນ ປະຊາຊົນ​ຜູ້​ທີ່​ອາ​ຢູ່​ຕາມ​ບ້ານ ຫລື ທ້ອງ​ຖິ່ນ​ຕ່າງໆ​ນັ້ນ​ກໍ​ອາດ​ເປັນ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເປັນ​ຜູ້​ເກັບ​ກຳ​ຕົວ​ເລກ​ດັ່ງກ່າວ​​ເພື່ອ ​ສົ່ງ​ຕໍ່​ໃຫ້​ບໍລິສັດ ຊຶ່ງ​ບັນຫາ​ດັ່ງກ່າວ​ນັ້ນ ​ເຂົາ​ເຈົ້າ​ຄິດ​ວ່າ​ມັນ​ຈະ​ສະດວກ​ສະບາຍ​ເພີ່ມ​ຂຶ້ນ​ຕື່ມ​ອີກ​ລະດັບ​ໜຶ່ງ ​ແລະ ທັງ​ຫລຸດຜ່ອນ​ຄວາມ​ສັບສົນ ຫລື ການ​ແອ​ອັດ ຕາ​ມຈຸດ​ຕ່າງໆ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

ບໍລິສັດ​ລາວ​ໂທລະ​ຄົມ​ໄດ້​ເປີດ​ອາທິດ​ນີ້​ວ່າ: ຜູ້​ທີ່​ໃຊ້​ໂທລະສັບ​ມື​ຖື​ແບບ​ຕື່ມ​ເງິນ​ສາມາດ​ໄປ​ລົງທະບຽນ​ຕາມ​ຈຸດ​ບໍລິການ​ຕ່າງໆ​ ທີ່​ໃກ້​ບ້ານ​ຂອງ​ຕົນ​ໄດ້​ຕາມ​ເວລາ ​ລັດຖະການ ​ແຕ່​ກ່ອນ​ໄປ​ແຈ້ງ​ນັ້ນ​ບໍ່​ຄວນ​ລື່ມ​ບັດປະ​ຈຳ​ຕົວ/​ໃບ​ຢັ້ງຢືນ​ທີ່ຢູ່ ​ແລະ ສຳ​ມະ​ໂນ​ຄົວ ຕ້ອງ​ຖື​ຕິດ​ໂຕ​ໄປ​ພ້ອມ ສ່ວນ​ຄົນ​ຕ່າງປະ​ເທດ​ສາມາດ​​ນຳ​ໃຊ້​ ປັດ​ສະປອດ ( passport) ກໍ​ໄດ້.

ແນວ​ໃດ​ກໍ​ດີ ​ສປປ ລາວ​ ໄດ້​ລາຍ​ງານ​ວ່າ​ມີ​ປະຊາກອນ​ປະມານ 6 ລ້ານ​ຄົນ​ ທົ່ວ​ປະ​ເທດ​ໄດ້​ໂທລະສັບ​ເພື່ອ​ຕິດ​ຕໍ່​ພົວ ແລະ ສື່ສານ​ກັບ​ຄອບຄົວ, ​ໝູ່​ເພື່ອນ ​ແລະ ຂົງ​ເຂດ​ທຸລະ​ກິດ​ຕ່າງໆ​ລວມທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຊຶ່ງ​ຖື​ວ່າ ການ​ໃຊ້​ໂທລະສັບ​ແມ່ນ​ບັນຫາ​ຊີວິດ​ປະ​ຈຳ​ວັນ​ທີ່​ຈຳ​ເປັນ.

ນັກວິຊາການ​ດ້ານ​​ໂທລະ​ຄົມມະ​ນາ​ຄົມ​ກ່າວ​ວ່າ: ການ​ປະກາດ​ໃຫ້​ຜູ້​ນຳ​ໃຊ້​ໂທລະສັບ​ມື​ຖື​ແບບ​ຕື່ມ​ເງິນ​ ຂຶ້ນ​ທະບຽນ​ນັ້ນ​ອາດ​ສົ່ງ​ຜົນ​ເຮັດ​ໃຫ້​ບາງ​ກຸ່ມ​ຄົນ​ຫລຸດ​ ຈຳນວນ​ການໃຊ້​ຊິ​ມທີ່​ມີ​ຫລາຍ​ເລກ​ໝາຍ​ໄວ້​ໃນ​ຄອບ​ຄອງ​ລົງ ​ເພາະ​ໄລຍະ​ຜ່ານ​ມາ ຄົນ​ສ່ວນ​ໃຫຍ່​ສາມາດຊື້​ຊິ​ມ​ໃນ​ລາຄາ​ທີ່​ຖືກ ​ແລະ ສະດວກ​ສະບາຍ​ທີ່​ສຸດ ​​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ຂຶ້ນ​ທະບຽນຈາກ​ລາຄາ 50.000 ກີບ ​ໃນ​ປີ 2008 ມາ ​ເປັນ 10.000 ກີບ ​ໃນ 2011 ຊຶ່ງ​ບັນຫາ​ດັ່ງກ່າວ​ເຮັດ​ໃຫ້​ຄົນ​ເລືອກ​ຊື້ ຫລື ​ເລືອກ​ໃຊ້​ ຕາມ​ໃຈ​ມັກ​ຂອງຕົນ. ສະ​ນັ້ນ ຄົນ​ບາງ​ກຸ່ມ​ຄິດ​ວ່າ ການ​​ໄດ້​ມີ​ໂອກາດ​ເລືອກ​ຊື້-​ເລືອກ​ໃຊ້​ຕາມ​ໃຈ​ມັກ​ນັ້ນ​ເປັນ​ການ​ເປີດ​ຊ່ອງ​ທາງ​​ເຮັດ​ໃຫ້​ເຂົາ​ເຈົ້າ​ສາມາດ​ຕິດ​ຕໍ່​ ພົວພັນກັບ​ກຸ່ມ​ຄົນ​ສ່ວນ​ໃຫຍ່​ໄດ້​ແບບ​ອິດສະຫລະ ​ແຕ່​​ໃນ​ທາງ​ກົງກັນຂ້າມ ​ການ​ເປີດ​ໂອກາດ​ໃຫ້​ຄົນ​ມີ​ສິດ​ຊື້​ຊິ​ມ​ໂທລະສັບ​ແບບ​ຕື່ມ​ເງິນ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ຂຶ້ນ​ ທະບຽນ​ນັ້ນ​ໄດ້​ກໍໃຫ້​ເກີດ​ທາງ​ຜົນ​ດີ ​ແລະ ບວກ​ໄປ​ພ້ອມໆ​ກັນ ຊຶ່ງ​ນັກວິຊາ ການ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ຊາດ​ໄດ້​ໃຫ້​ທັດສະນະ​ວ່າ: ​ການ​ເປີດ​ໂອກາດ​ໃຫ້​ຄົນ​ມີ​ ສິດ​ຊື້​ຊິ​ມ​ໂທລະ ສັບ​ແບບ​ຕື່ມ​ເງິນ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ຂຶ້ນ​ທະບຽນນັ້ນອາດ​ມີ​ຄວາມ​ສ່ຽງ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຊາດ​ ​ເນື່ອງ​ຈາກ​ວ່າ​ມີ​ຫລາຍ​ກຸ່ມ​ຄົນ​ຢູ່​ຮ່ວມ​ກັນ​ໃນ​ ສັງຄົມ​ທີ່​ໃຊ້​ໂທລະສັບ​ມື​ຖື​ແບບ​ຕື່ມ​ເງິນ​ຕິດ​ຕໍ່​ພົວພັນ​​ໃນ​ຫລາຍ​ຮູບ​ແບບ ຊຶ່ງ​ເຮົາ​ບໍ່​ສາມາດ​ລະບຸ​ຊື່​ໄດ້​ວ່າ​ເບີ​ຂອງ​ກຸ່ມ​ຄົນ​ໃດ ນີ້​ໝາຍຄວາມ​ວ່າ​ຜູ້​ໃດ​ຕ້ອງການ​ຢາກ​ ໄດ້​ຊິ​ມທີ່​​​ໃໝ່​ສາມາດ​ເຂົ້າ​ໄປ​ຊື້ ​ແລະ ​ໃຊ້​ໄດ້​ທັນທີ ​ເມື່ອ​ບໍ່ຢາກໃຊ້ຊິ​ມ​ເກົ່າ​ແລ້ວ​ກໍສາມາດ​ຖິ້ມ​​ໄດ້​ທັນທີ​ໂດຍ​ບໍ່​ມີ​ຄວາມ​ຮູ້ສຶກ​​ເສຍດາຍ ​ແລະ ບໍ່​ມີ​ໃຜ​ຮູ້​ອີກ​ວ່າ​​ເບີ​ນີ້​ ເປັນ​ຂອງ​ໃຜ.

Posted by samakomlao on 9:19 AM. Filed under . You can follow any responses to this entry through the RSS 2.0. Feel free to leave a response

8 comments for "ການຂຶ້ນທະບຽນໂທລະສັບມືຖື ອາດມີປັນຫາ"

  1. Anonymous

    stupid idea i am not agree with them

  2. Anonymous

    can some one translate please

  3. Anonymous

    Translate please!!!

  4. Anonymous

    Well just do it/ it was very good idea to register phone number before they use, bez it secure to our country, secure to the Lao people if you do not register maybe 10,000 kip can kill many people bez we do not know who use this number and how can we find out. If Lao goverment cant pass this into law then lao in the future still have something around us to FEAR n SCARE. thanks

  5. New PDR government regulation required every cell phone owner to register with PDR authority has indicated that there is too much government intrusion into PRIVATE LIFE. Government have crossed the line to interfere with private life. It is clearly an INVASION of oppressed regime into private matter. Government are stepping TOO DEEP in very dangerous territory. Stop.Stop.Stop

  6. Anonymous

    hehehe that is stupid idea , i am not agree with !
    many country are very modern country in asian region but can use is freedom !

    it is funny idea !

  7. Anonymous

    i have been to many countries , singapore , malaysia , thailand and .... but i can bought sim easy and their country not yet registant!

    it is idea , laos is not devedopement and behide in the time !!

  8. Anonymous

    funny idea !

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added