|

ລາວ ຈະອອກເງິນໃໜ່ ໃບ 2,000 ກີບ



* (ຂປລ) ທະນາຄານ​ແຫ່ງ ສປປ ລາວ​ໄດ້​ຈັດຖະ​ແຫລ​ງຂ່າວ ກ່ຽວ​ກັບ​ການ​ເອົາ​ເງິນ​ປະ​ເພດ​ໃບ​ 2.000 ກີບ​ທີ່​ໄດ້​ປັບປຸງ​ໃໝ່ ອອກ​ສູ່​ມວນ​ຊົນ ໃນ​ວັນທີ 28 ພະຈິກ 2011, ຢູ່​ທະນາຄາ​ນດັ່ງກ່າວ.

ທ່ານ ສຸ​ພັດ ​ໂຄດ​ໂຍທາ, ຫົວໜ້າ​ກົມ​ເງິນຕາ ທະນາຄານ ແຫ່ງ ສປປ ລາວ ​ໄດ້​ກ່າວ​ວ່າ: ທະນາຄານ​ແຫ່ງ ສປປ ລາວ ​ໄດ້​ຕົກລົງ​ເອົາ​ເງິນ​ປະ​ເພດ​ໃບ​ລະ 2.000 ກີບ ອອກ​ຈໍລະ​ຈອນ ນັບ​ແຕ່​ວັນ​ທີ 1 ທັນວາ 2011 ເປັນຕົ້ນ​ໄປ ​​ເພື່ອ​ເປັນ​ການ​ຄຳນັບ​ຮັບ​ຕ້​ອນວັນຊາດ​ທີ 2 ທັນວາ ຄົບຮອບ 36 ປີ, ​ເພື່ອ​ປັບປຸງ​ໂຄງ​ປະກອບ ​ແລະ ຄຸນ​ນະພາ​ບຂອງ​ໃບ​ເງິນ​ໃນ​ຂອດ​ຈໍລະ​ຈອນ​ໃຫ້​ດີ​ຂຶ້ນ, ສົ່ງ​ເສີມ​ການ​ນຳ​ໃຊ້​ເງິນ​ກີບ​ໃຫ້​ນັບ​ມື້ກວ້າງຂວາງ​ຕອບ​ສະໜອງ​ຄວາມ​ຕ້ອງການ ການ​ຊຳລະ​ສິນຄ້າ​ ແລະ ຄ່າ​ບໍລິຫານ​ໃຫ້​ສະດວກ​ສະບາຍ​ຍິ່ງ​ຂຶ້ນ,​ ເຮັດ​ໃຫ້​ເງິນ​ໃບ 2.000 ​ກີບ ​ໃນ​ຂອດ​ຈໍລະ​ຈອນ​ມີ​ຄຸນ​ນະພາ​ບດີ​ຂຶ້ນກວ່າ​ເກົ່າ, ມີ​ລັກສະນະ​ພິ​ເສດ​ເພື່ອ​ປ້ອງ​ກັນ​ການ ​ປອມ​ແປງ.

​ຊຶ່ງເງິນ​ໃບ 2.000 ກີບ​ ທີ່​ປ​ັບປຸງ​ໃໝ່ ແລະ ປະກາດ​ນຳ​ໃຊ້​ນັບ​ແຕ່​ວັນ​ທີ 1 ທັນວາ 2011 ເປ​ັນຕົ້ນ​ໄປ, ຈະ​ໄດ້​ນຳ​ໃຊ້​ຄ່ຽງຄູ່​ກັບ​​ເງິນ​ໃບ 2.000 ເກົ່າ ທີ່​ໄດ້​ພິມ​ ອອກ​ໃຊ້​ຊຸມ​ປີຜ່ານມາ. ເງິນ​ໃບ​ 2.000 ກີບ​ລຸ້ນ​ເກົ່າ ​ແລະ ລຸ້ນປັບປຸງ​ໃໝ່​ລ້ວນ​ແລ້ວ​ແຕ່​ມີ​ຄຸນຄ່າ​ເທົ່າ​ທຽມ​ກັນ. ​ໂດຍລັກສະ​ນະ​ເຕັກນິກ​ຂອງ​ເງິນ​ໃບ​ 2.000 ກີບ​ທີ່​ປັບປຸງ​ໃຫມ່​ມີ​ຮູບ​ແບບ ​ແລະ ສີສັນ​ໂດຍ​ພື້ນຖານ​ແມ່ນຍັງ​ຮັກສາ​ໄວ​ຄື​ເງິນ​ໃບ 2.000 ກິບ ລຸ້ນ​ເກົ່າ ​ແລະ ໄດ້ຍົກ​ລະດັບ​ຄຸນ​ນະພາ​ບພາບ​ຂອງ​ເຈ້້ຍ, ປັບປຸງ​ ເສັ້ນລວມລາຍ ​ແລະ ສີສັນ, ຍົກ​ລະດັບ​ທາງ​ດ້ານ​ເຕັກ​ນິກການ​ພິມ, ການ​ປ້ອງ​ກັນ​ການ​ປອມ​ແປງ​ດ້ວຍ​ການ​ອັດ​ສຳ​ເນົາ ​ແລະ ການສະ​ແກນ. ຂະໜາດ​ຂອງ​ ໃບ​ເງິນ: ລວງ​ກວ້າງ 66 ມມ ​ແລະ ຍາວ 142 ມມ. ຊຶ່ງດ້ານໜ້າ: ມີ​ຮູບ​​ປະທານ​ໄກສອນ ພົມວິຫານໄດ້​ປັບປຸງ​ໃຫ້​ຈົບງາມ​ກວ່າ​ເກົ່າ, ມີ​ຮູບ​ວັດ​ຊຽງ​ທອງ, ຮູບ​ເຄື່ອງ ໝາຍ​ກາຊາດ ພິມ​ດ້ວຍ​ສີສະ​ທ້ອນແສງ, ​ເລກ​ລຳດັບ​ໃບ​ເງິນ ມີ​ທັງຕົວ​ເລກລາວ ​ແລະ ຕົວ​ເລກ​ສາກົນ. ແລະ ດ້ານ​ຫລັງ: ຕົວ​ໜັງສື​ທະນາຄານ​ແຫ່ງ ສປປ ລາວ​ໃໝ່ ແລະ ຊັດ​ເຈນ​ກວ່າ​ເກົ່າ, ຮູບ​ເຄື່ອນ​ໄຟຟ້າ​ເຊ​ເສັດ II ໄດ້​ປັບປຸງ​ໃຫ້​ແຈ້ງ​ດີ​ຂຶ້ນ, ຕົວ​ເລກ​ລາວ ​ແລະ ຕົວ​ເລກ​ສາກົນ ໄດ້​ປັບປຸງ​ໃຫ້​ໃຫຍ່ ແລະ ຈະ​ແຈ້ງກວ່າ​ເກົ່າ, ​ໄດ້​ເພີ້​ມສິລະປະ​ລວມລາຍ​ຂອງ​ລາວ.

ທ່ານ ຫົວໜ້າ​ກົມ​ເງິນຕາ ທະນາຄານ ແຫ່ງ ສປ ລາວ​ ​ໄດ້​ກວ່າ​ຕື່ມ​ວ່າ: ການ​ພິມ​ຈຳໜ່າຍ​ໃບ 2.000ກີບ​ຈະ​ບໍ່​ເພີ້​ມ​ເງິນ​ໃນ​ຂອດ​ຈໍລະ​ຈອນ ແລະ ບໍ່​ເປັນ​ປັດ​ໃຈ​ ເຮັດ​ໃຫ້​ມີ​ໄພ​ເງິນ​ເຟີ້​ເພາະ​ການ​ພິມ​ຈຳໜ່າຍ​ແມ່ນ​ຢູ່ຂອບ​ຂອງ​ແຜນ​ເງິນຕາ​ຂອງ​ທະນາຄານ​ແຫ່ງ ສປປ ລາວ. ແມ່ນ​ການ​ປ່ຽນ​ແທນ​ເງິນ​ເກົ່າ​ທີ່​ເຊື່ອມ​ຄຸນ​ນະພາ​ບ, ຈະ​ເປັນ​ການ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຊຳລະ​ສະ​ສາງ, ​ເປັນ​ພາຫະນະ​ເພື່ອ​ແລກປ່ຽນ ແລະ ​ໃຊ້​ເປັນ​ເງິນ​ທອນ.​

Posted by samakomlao on 12:06 PM. Filed under , , . You can follow any responses to this entry through the RSS 2.0. Feel free to leave a response

4 comments for "ລາວ ຈະອອກເງິນໃໜ່ ໃບ 2,000 ກີບ"

  1. The relationship of aggregate money and output.

    ( M x V)= (P x Q)

    Look at these endogenous variables.

    M= Money supply (M1, M2,M3)

    V= Velocity of money.

    P= Average price.

    Q= Quantity of output or GDP.

    When M ↑ (Printing more paper money)→P↑ inflation would go up unless GDP increase in the same amount as money supply)

    ( M x V) = ( P x Q )
    (M x V)/Q = P; when M↑→P↑ respectively.

    Lao people , watch out for creeping inflation. Do not hold kip as your financial asset more than you have to. Printing more money just to finance PDR government deficit spending is
    another form of DEPRECIATION of Lao currency.

  2. Anonymous

    What was really sad is: Sahai Souphanouvong who was started out the Socialist Democratic Repulic of Laos, But Sahai Khayson(Caison)is the one that got every thing in honors. Status of Caison is everywhere in laos including Lao-kip... What a wasted for a guy who was one of the best western educated in the region.....

  3. ☼. Where have you been? Don't you know that Laos
    is RENEGADE PROVINCE of Vietnam?

    ☼.Hanoi has a REMOTE CONTROL over Laos' internal
    politics. We can dictate whoever we want to be
    Lao president and whoever we want to be Lao PM.

    ╠╬╬╬╬░▒▓ We have a FINAL SAY in Laos internal political
    affair.♥♦♣♠ ╠╣╠╣ I hope it is clear to you now.

    Le Laos est sous la domination du Viêt Nam depuis la plus de moitié du siècle.
    Tôt ou tard, sans doute d'ici à 2060 le Laotien du Viêt Nam ira faire soyez la majorité au Laos. À ce temps, le Laos est un substitut du Viêt Nam.

    老撾是越南的統治下超過半個世紀。<#>遲早,可能到2060年,越南出生的老撾將 <#>在老撾多數。到那個時候,老撾是越南的替代品。<#>

  4. Anonymous

    Renegade Province of KeoNamese? Ha Ha, you're very funny man. First of all, I'd like to see you Keonamese persuade or stop lao PDR government build the Dam in Saiyabury... and other issues we can debate it later... Right now I really like to see that Keonamese has the power to stop Lao PDR from building the Dam that block Mekong river.

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added