ຂົວມິດຕະພາບ 3 ລາວ ໄທ ເປີດເປັນທາງການແລ້ວ !

*(ຂປລ) ການກໍ່ສ້າງຂົວມິດຕະພາບ 3 ໄດ້ດຳເນີນມາແຕ່ປີ 2009 ແລະ ຈະເປີດນຳໃຊ້ຢ່າງເປັນທາງການໃນມື້ນີ້ ເວລາ 11 ໂມງຂອງວັນທີ 11 ເດືອນ 11 ປີ 2011(11.11.11.11) ຢູ່ບ້ານເວີນ ເມືອງທ່າແຂກ ແຂວງຄຳມ່ວນ. ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ເຈົ້າແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວວ່າ: ພາຍຫລັງການກໍ່ສ້າງຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມໄດ້ສຳເລັດກໍຈະເປີດນຳໃຊ້ຢ່າງເປັນທາງການໃນ ວັນທີ 11 ພະຈິກ 2011 ຈະມີຜູ້ນຳຂັ້ນສູງຂອງສອງປະເທດລາວ ແລະ ໄທ ເຂົ້າຮ່ວມ. ເມື່ອເປີດນຳໃຊ້ຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມ ນີີ້ແລ້ວ ເມືອງ ທ່າແຂກ ຈະກາຍເປັນເຂດການຄ້າ, ການບໍລິການ-ອຸດສາຫະກຳ ທີ່ທັນສະໄຫມຂອງແຂວງ; ຂົວແຫ່ງນີ້ ເປັນຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ນັບຈາກຂົວ ມິດຕະພາບ ວຽງຈັນ-ຫນອງຄາຍ ແລະ ຂົວມິດຕະພາບ ສະຫວັນນະເຂດ-ມຸກດາຫານ. ການກໍ່ສ້າງຂົວທ່າແຂກ-ນະຄອນພະນົມ ແມ່ນເລີ່ມດຳເນີນມາ ຕັ້ງແຕ່ກາງປີ 2009 ຈິ່ງສຳເລັດລົງ ໃນທ້າຍປີ 2011 ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກປະເທດໄທ ມູນຄ່າ 1,6 ລ້ານໂດລາສະຫະ ລັດ, ຍ້ອນມີການປ່ຽນ ແປງຂອງລາຄານ້ຳມັນ ເຮັດໃຫ້ງົບປະມານໃນການກໍ່ສ້າງເພີ່ມຂຶ້ນ ຈາກ 1.500 ລ້ານບາດ ຂຶ້ນເປັນ 2.000 ລ້ານບາດ.

ການມີຂົວຂ້າມແມ່ນ້ຳຂອງ ທ່າແຂກ-ນະຄອນພະນົມ ຈະສ້າງເງຶ່ອນ ໄຂສະດວກໃນການໄປມາຫາສູ່ ກັນຂອງປະຊາຊົນມີຄວາມສະດວກ ແລະ ດີຂື້ນຫລາຍ, ຂົວດັ່ງກ່າວ ມີຜົນປະໂຫຍດອັນມະຫາສານໃຫ້ແກ່ສັງຄົມ. ນອກຈາກຈະເປັນການດຶງດູດການຂົນສົ່ງໃຫ້ສະດວກຂຶ້ນ ແລະ ປະຢັດເວລາແລ້ວ ຍັງເປັນການ ເຊື່ອມໂຍງແຂວງຄຳມ່ວນ ກັບ ຫວຽດນາມ ແລະ ໄທ ດ້ວຍໄລຍະທາງທີ່ສັ້ນທີ່ສຸດ ຄື ປະມານ 120 ກິໂລແມັດ ເທົ່ານັ້ນ. ແຂວງຄຳມ່ວນ ບໍ່ພຽງແຕ່ມີທາງຜ່ານ ຂອງເສັ້ນທາງເລກທີ 13 ໃຕ້ ແຕ່ຍັງມີທາງເລກທີ 12 ທີ່ຕັດອອກຫວຽດນາມອີກດ້ວຍ. ເມືອງທ່າແຂກ ມີທ່າແຮງທາງດ້ານການຄ້າ, ການລົງທຶນ ແລະ ການ ບໍລິການ. ເພື່ອຮອງຮັບທ່າແຮງກໍຄືໂອກາດດັ່ງກ່າວ ອຳນາດການປົກຄອງແຂວງຄຳມ່ວນ ໄດ້ວາງນະໂຍບາຍສ້າງແຂວງໃຫ້ກາຍເປັນເຂດການຄ້າ, ບໍລິການ ແລະ ອຸດສາຫະກຳ ທີ່ທັນສະໄຫມດ້ວຍການສ້າງເຂດເສດຖະກິດ ພິເສດ-ເຂດເສດຖະກິດສະເພາະ ຂຶ້ນຢູ່ສົ້ນຂົວ ແລະ ທີ່ພູຂຽວ ເພື່ອສ້າງແຮງຈູງໃຈໃຫ້ບັນດາ ນັກລົງ ທຶນຕື່ມອີກ. ຈາກການມີທ່າແຮງນີ້ ໄດ້ເຮັດໃຫ້ນັກທຸລະກິດຫັນມາສົນໃຈແຂວງຄຳມ່ວນ ເປັນຈຳນວນຫລາຍ, ໂດຍອີງຕາມຂໍ້ມູນຈາກຄະນະກຳມະການ ແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດສະເພາະ ແລະ ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະພູຂຽວ ມີເນື້ອທີ່ທັງຫມົດ 4.850 ເຮັກຕາ ເປັນການ ລົງທຶນຂອງ ບໍລິສັດ ວີເອສກຣຸບ 100% ດ້ວຍມູນຄ່າການລົງທຶນ 708 ລ້ານໂດລາສະຫະລັດ.
ຈຸດປະສົງ ແມ່ນເພື່ອພັດທະນາ ເຂດດັ່ງກ່າວໃຫ້ເປັນຕົວເມືອງໃຫມ່ ມີສູນບໍລິການ-ການຄ້າ, ການສຶກສາ, ການທ່ອງທ່ຽວ, ໂຮງຫມໍ ແລະ ອຸດສາຫະກຳການ ຜະລິດ. ເຂດເສດຖະກິດພິເສດ ຢູ່ສົ້ນຂົວມິດຕະພາບ ທີ່ຄາດວ່າຈະມີ ເນື້ອທີ່ປະມານ 1.000 ເຮັກຕາ ກໍກຳລັງຢູ່ໃນຂັ້ນຕອນການພິຈາລະນາຈາກລັດຖະບານ. ຈາກ 2 ເຂດທີ່ອຳນາດການປົກຄອງແຂວງວາງໄວ້ ຖືເປັນການຮອງຮັບທີ່ດີ ເພື່ອດຶງດູດການລົງທຶນ ເຂົ້າໃນການພັດທະນາ ແຂວງຄຳມ່ວນ ເຊິ່ງປະຈຸບັນ ມີຫລາຍກວ່າ 10 ບໍລິສັດ ໄດ້ສະແດງຄວາມສົນໃຈ ເຂົ້າໄປລົງທຶນໃນເຂດສົ້ນຂົວ ມິດຕະພາບ ທ່າແຂກ -ນະຄອນພະນົມ.

ທ່ານຄຳໃບ ດຳລັດ ຍັງກ່າວຕື່ມວ່າ: ແຂວງຄຳມ່ວນ ກຳລັງຈະຖືກພັດທະນາ ໃຫ້ເປັນທາງຜ່ານທີ່ສຳຄັນຂອງພາກພື້ນ ໂດຍເລີ່ມຈາກທ່າແຮງດຶງດູດ ການ ພັດທະນາໃຫ້ເປັນທາງຜ່ານທີ່ສຳຄັນຂອງພາກພື້ນ ໂດຍເລີ່ມຈາກທ່າແຮງດຶງດູດການພັດທະນາຂອງເຂື່ອນນ້ຳເທີນ 2 ແລະ ແຮງຍູ້ຫນູນຈາກການສ້າງຂົວມິດ ຕະພາບ 3 ເຊິ່ງຈະເຮັດໃຫ້ແຂວງ ມີໂສມຫນ້າໃຫມ່. ເມື່ອເບິ່ງແຜນໄລຍະຍາວຂອງລັດຖະບານ ໃນການປ່ຽນສະ ຖານະຈາກປະເທດບໍ່ມີທາງອອກສູ່ທະເລ ມາ ເປັນປະເທດທາງຜ່ານຂອງພາກພື້ນນັ້ນ, ລັດຖະບານ ຍັງມີແຜນສ້າງທາງລົດໄຟທີ່ຕັດຜ່ານຕົວເມືອງທ່າແຂກ ເຊື່ອມຕໍ່ໄປຫວຽດນາມ ແລະ ໄທ ແລະ ຜ່ານລົງ ໄປເຂດໃຕ້ຂອງປະເທດນຳອີກ. ສິ່ງດັ່ງກ່າວ ນັບວ່າເປັນທ່າແຮງອັນສຳຄັນໃຫມ່ ທີ່ຈະຊ່ວຍດຶງດູດຄວາມສົນໃຈຂອງບັນດານັກລົງທຶນ ເຂົ້າໃນເມືອງ ທ່າແຂກ ໃຫ້ຫລາຍຂຶ້ນ ເຊິ່ງອັນຈະເຮັດໃຫ້ເມືອງທ່າແຂກ ກໍຄືແຂວງຄຳມ່ວນ ກາຍເປັນແຂວງເສດຖະກິດການຄ້າ, ການບໍລິການ, ເປັນທາງຜ່ານທີ່ສຳຄັນຂອງປະເທດ ແລະ ພາກພື້ນໃນອະນາຄົດ. ເມືອງທ່າແຂກ ທີ່ເປັນເມືອງເອກຂອງແຂວງ ແມ່ນຕັ້ງຢູ່ແຄມແມ່ນ້ຳຂອງ ຫລື ຕິດກັບຈັງຫວັດນະຄອນພະນົມຂອງໄທ. ແຂວງຄຳ ມ່ວນ ເປັນແຂວງຫນຶ່ງທີ່ໄດ້ຮັບການພິຈາລະນາເປັນແຂວງຍຸດທະສາດ ທັງທາງດ້ານການເມືອງ ແລະ ເສດຖະກິດ ເພາະເປັນແຂວງທີ່ອຸດົມສົມບູນທາງທຳມະ ຊາດ, ມີປ່າສະຫງວນແຫ່ງຊາດເຖິງ 2 ແຫ່ງ ຄື ປ່າເຂດພູຫີນປັ້ນ ແລະ ປ່ານາກາຍ-ນ້ຳເທີນ, ມີສາຍນ້ຳໃຫຍ່ຫລາຍສາຍເຊັ່ນ: ນ້ຳຫີນບູນ, ນ້ຳກະດິງ, ນ້ຳເທີນ, ນ້ຳເຊບັ້ງໄຟ. ນອກນັ້ນ ຍັງເປັນສະຖານທີ່ທ່ອງທ່ຽວທີ່ມີຫລາຍຢ່າງຫນ້າສົນໃຈ ເຊັ່ນ: ເຂື່ອນໄຟຟ້າ 2 ແຫ່ງ, ມີຖ້ຳກອງລໍ ທີ່ຢູ່ໃນເປົ້າຫມາຍເປັນມໍລະດົກໂລກ, ຖ້ຳນາງແອ່ນ, ຖ້ຳພະ ແລະ ຖ້ຳ ອື່ນໆ./.


Building third Lao-Thai friendship bridge is good POLITICAL and ECONOMICAL strategy to DETER Vietnam's influence in Laos.
To slowdown VIETNAMIZATION of Laos, Thai and Thailao people
have to RISE UP to protect our COMMONALITIES.