|

ຂົວ​ມິດຕະພາບ 3 ລາວ ໄທ ເປີດເປັນທາງການແລ້ວ !


*(ຂປລ) ການກໍ່ສ້າງ​ຂົວ​ມິດຕະພາບ 3 ໄດ້ດຳ​ເນີນ​ມາ​ແຕ່​ປີ 2009 ແລະ​ ຈະ​ເປີດ​ນຳ​ໃຊ້​ຢ່າງ​ເປ​ັນທາງ​ການ​ໃນ​ມື້ນີ້​ ເວລາ 11 ໂມງຂອງ​ວັນ​ທີ 11 ເດ​ືອນ 11 ປີ 2011(11.11.11.11) ຢູ່​ບ້ານ​ເວີນ ​ເມື​ອງທ່າ​ແຂກ​ ແຂວງ​ຄຳ​ມ່ວນ. ທ່ານ ​ຄຳ​ໃບ ​ດຳລັດ ກຳ​ມະ​ການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ ​ເຈົ້າ​ແຂວງ​ຄຳ​ມ່ວນ​ ໄດ້​​ໃຫ້ສຳພາດ​ຕໍ່​ສື່ມວນ​ຊົນ​ລາວ​ວ່າ: ພາຍຫລັງ​ການ​ກໍ່ສ້າງ​ຂົວ​ມິດຕະພາບ 3 ຄຳ​ມ່ວນ-ນະຄອນ​ພະນົມໄດ້​ສຳ​ເລັດກໍ​ຈະ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ ວັນ​ທີ 11 ພະຈິກ 2011 ຈະ​ມີ​ຜູ້ນຳ​ຂັ້ນສູງ​ຂອງ​ສອງປະ​ເທດ​ລາວ ​ແລະ ​ໄທ ​ເຂົ້າ​ຮ່ວມ. ​ເມື​່ອ​ເປີດ​ນຳ​ໃຊ້​ຂົວ​ມິດຕະພາບ 3 ຄຳ​ມ່ວນ-ນະຄອນ​ພະນົມ ນີີ້ແລ້ວ ​ເມືອ​ງ ທ່າ​ແຂກ ​ຈະກາຍ​ເປັນ​ເຂດ​ການຄ້າ, ການບໍລິການ-ອຸດສາຫະກຳ ທີ່​ທັນ​ສະ​ໄຫມຂອງ​ແຂວງ​; ຂົວ​ແຫ່ງ​ນີ້ ເປັນ​ຂົວ​ມິດຕະພາບ ລາວ-​ໄທ ແຫ່ງ​ທີ 3 ນັບ​ຈາກ​ຂົວ​ ມິດຕະພາບ ວຽງ​ຈັນ-ຫນອງ​ຄາຍ ແລະ ຂົວ​ມິດຕະພາບ ສະຫວັນ​ນະ​ເຂດ-ມຸກດາ​ຫານ. ການ​ກໍ່ສ້າງ​ຂົວ​ທ່າ​ແຂກ-ນະຄອນ​ພະນົມ ​ແມ່ນ​ເລີ່​ມດຳ​ເນີນ​ມາ ຕັ້ງ​ແຕ່​ກາງ​ປີ 2009 ຈິ່ງ​ສຳ​ເລ​ັດລົງ ​ໃນ​​ທ້າຍ​​ປີ 2011 ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ລ້າ ຈາກ​ປະ​ເທດ​ໄທ ມູນ​ຄ່າ 1,6 ລ້ານ​ໂດ​ລາ​ສະຫະ ລັດ, ຍ້ອນ​ມີ​ການ​ປ່ຽນ​ ແປງ​ຂອງ​ລາຄາ​ນ້ຳມັນ ເຮັດ​ໃຫ້ງົບປະມານ​ໃນ​ການ​ກໍ່ສ້າງ​ເພີ່ມ​ຂຶ້ນ ຈາກ 1.500 ລ້ານ​ບາດ ຂຶ້ນ​ເປັນ 2.000 ລ້ານ​ບາດ.



ການ​ມີ​ຂົວ​ຂ້າມ​ແມ່ນ້ຳຂອງ ​ທ່າ​ແຂກ-ນະຄອນ​ພະນົມ ຈະສ້າງເງຶ່ອນ ໄຂສະດວກໃນການໄປມາຫາສູ່ ກັນຂອງ​ປະຊາຊົນ​ມີ​ຄວາມ​ສະດວກ ​ແລະ ດີ​ຂື້ນ​ຫລາຍ, ຂົວ​ດັ່ງກ່າວ ​ມີ​ຜົນ​ປະ​ໂຫຍ​ດອັນມະຫາສານ​ໃຫ້​ແກ່​ສັງຄົມ. ນອກຈາກ​ຈະ​ເປັນ​ການ​ດຶງ​ດູດການ​ຂົນ​ສົ່ງ​ໃຫ້​ສະດວກ​ຂຶ້ນ ແລະ ປະຢັດ​ເວລາ​ແລ້ວ ຍັງ​ເປັນ​ການ ​ເຊື່​ອມ​ໂຍງ​ແຂວງ​ຄຳ​ມ່ວນ​ ກັບ​ ຫວຽດນາມ ​ແລະ ​ໄທ ດ້ວຍ​ໄລຍະ​ທາງ​ທີ່​ສັ້ນທີ່​ສຸດ ຄື ປະມານ 120 ກິ​ໂລ​ແມັດ ​ເທົ່າ​ນັ້ນ. ແຂວງ​ຄຳ​ມ່ວນ ບໍ່​ພຽງ​ແຕ່​ມີ​ທາງ​ຜ່ານ​ ຂອງ​ເສັ້ນທາງ​ເລກທີ 13 ໃຕ້ ແຕ່​ຍັງ​ມີ​ທາງ​ເລກທີ 12 ທີ່​ຕັດ​ອອກ​ຫວຽດນາມ​ອີກ​ດ້ວຍ.​ ເມືອງທ່າ​ແຂກ​ ມີ​ທ່າ​ແຮງ​ທາງ​ດ້ານ​ການ​ຄ້າ, ການ​ລົງທຶນ ແລະ ການ ​ບໍລິການ. ເພື່ອ​ຮອງຮັບ​ທ່າ​ແຮງ​ກໍ​ຄື​ໂອກາດ​ດັ່ງກ່າວ ອຳນາດ​ການ​ປົກຄອ​ງ​ແຂວງຄຳ​ມ່ວນ​ ​ໄດ້​ວາງນະ​ໂຍບາຍ​ສ້າງ​ແຂວງ​ໃຫ້​ກາຍ​ເປັນ​ເຂດ​ການຄ້າ, ບໍລິການ ແລະ ອຸດສາຫະກຳ ທີ່​ທັນ​ສະ​ໄຫມ​ດ້ວຍ​ການ​ສ້າງ​ເຂດ​ເສດຖະກິດ ພິ​ເສດ-​ເຂດ​ເສດຖະກິດ​ສະ​ເພາະ ຂຶ້ນຢູ່​ສົ້ນຂົວ ​ແລະ ທີ່​ພູ​ຂຽວ ​ເພື່ອ​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ບັນດາ ​ນັກ​ລົງ ທຶນ​ຕື່ມອີກ. ຈາກ​ການ​ມີທ່າ​ແຮງ​ນີ້ ໄດ້​ເຮັດ​ໃຫ້​ນັກທຸລະກິດ​ຫັນມາ​ສົນ​ໃຈ​ແຂວງ​ຄຳ​ມ່ວນ ເປັນ​ຈຳນວນ​ຫລາຍ, ໂດຍອີງ​ຕາມ​ຂໍ້ມູນ​ຈາກ​ຄະນະ​ກຳມະການ ​ແຫ່ງ​ຊາດ ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ສະ​ເພາະ ​ແລະ ​ເຂດ​ເສດຖະກິດ​ພິ​ເສດ, ​ເຂດ​ເສດຖະກິດ​ສະ​ເພາະພູຂຽວ ມີ​ເນື້ອທີ່​ທັງ​ຫມົດ 4.850 ເຮັກຕາ ​ເປັນ​ການ ​ລົງທຶນ​ຂອງ​ ບໍລິສັດ ວີ​ເອສກຣຸບ 100% ດ້ວຍ​ມູນ​ຄ່າ​ການ​ລົງທຶນ 708 ລ້ານ​ໂດ​ລາ​ສະຫະລັດ.



ຈຸດປະສົງ ​ແມ່ນ​ເພື່ອ​ພັດທະນາ ​ເຂດ​ດັ່ງກ່າວ​ໃຫ້​ເປັນ​ຕົວ​ເມືອງ​ໃຫມ່ ມີ​ສູນ​ບໍລິການ-ການ​ຄ້າ, ການ​ສຶກສາ, ການທ່ອງທ່ຽວ, ​ໂຮງຫມໍ ແລະ ອຸດສາຫະກຳ​ການ ​ຜະລິດ. ເຂດ​ເສດຖະກິດ​ພິ​ເສດ ຢູ່​ສົ້ນຂົວ​ມິດຕະພາບ ທີ່​ຄາດ​ວ່າ​ຈະ​ມີ​ ເນື້ອທີ່ປະມານ 1.000 ເຮັກຕາ​ ກໍ​ກຳລັງ​ຢູ່​ໃນ​ຂັ້ນຕອນ​ການ​ພິຈາລະນາ​ຈາກ​ລັດຖະບານ. ຈາກ 2 ເຂດ​ທີ່​ອຳນາດ​ການ​ປົກຄອງ​ແຂວງ​ວາງ​ໄວ້ ຖື​ເປັນ​ການ​ຮອງ​ຮັບ​ທີ່​ດີ ເພື່ອ​ດຶງດູດການ​ລົງທຶນ ເຂົ້າ​ໃນ​ການ​ພັດທະນາ ​ແຂວງ​ຄຳ​ມ່ວນ ເຊິ່ງປະຈຸ​ບັນ ມີ​ຫລາຍ​ກວ່າ 10 ບໍລິສັດ ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ ​ເຂົ້າ​ໄປ​ລົງທຶນ​ໃນ​ເຂດ​ສົ້ນຂົວ ມິດຕະພາບ ທ່າ​ແຂກ -ນະຄອນ​ພະນົມ.




ທ່ານ​ຄຳ​ໃບ ດຳລັດ ຍັງກ່າວຕື່ມວ່າ: ​ແຂວງ​ຄຳ​ມ່ວນ ກຳລັງ​ຈະ​ຖືກ​ພັດທະນາ ​ໃຫ້​ເປ​ັນທາງ​ຜ່ານ​ທີ່​ສຳຄັນ​ຂອງ​ພາກ​ພື້ນ ໂດຍ​ເລີ່​ມຈາກ​ທ່າ​ແຮງ​ດຶງ​ດູດ ການ​ ພັດທະນາ​ໃຫ້​ເປັນ​ທາງ​ຜ່ານ​ທີ່​ສຳຄັນ​ຂອງ​ພາກພື້ນ ໂດຍ​ເລີ່​ມຈາກ​ທ່າ​ແຮງ​ດຶງ​ດູດ​ການ​ພັດທະນາ​ຂອງ​ເຂື່ອນ​ນ້ຳ​ເທີນ 2 ​ແລະ ​ແຮງ​ຍູ້​ຫນູນ​ຈາກ​ການ​ສ້າງ​ຂົວ​ມິ​ດ ຕະ​ພາບ 3 ເຊິ່ງຈະ​ເຮັດ​ໃຫ້​ແຂວງ ​ມີ​ໂສມ​ຫນ້າ​ໃຫມ່. ເມື່ອ​ເບິ່ງ​ແຜນ​ໄລຍະ​ຍາວ​ຂອງ​ລັດຖະບານ ໃນ​ການ​ປ່ຽນ​ສະ ຖານະ​ຈາກ​ປະ​ເທດ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ມາ​ ເປັນ​ປະ​ເທດ​ທາງ​ຜ່ານ​ຂອງ​ພາກພື້ນນັ້ນ,​ ລັດຖະບານ ຍັງ​ມີ​ແຜນ​ສ້າ​ງທາງລົດ​ໄຟ​ທີ່​ຕັດ​ຜ່ານ​ຕົວ​ເມືອງ​ທ່າ​ແຂກ ​​ເຊື່ອມ​ຕໍ່ໄປ​ຫວຽດນາມ ​ແລະ ​ໄທ ແລະ ຜ່ານ​ລົງ​ ໄປ​​ເຂດ​ໃຕ້​ຂອງ​ປະ​ເທດ​ນຳ​ອີກ. ສິ່ງ​ດັ່ງກ່າວ ນັບ​ວ່າ​ເປັນ​ທ່າ​ແຮ​ງອັນ​ສຳຄັນ​ໃຫມ່ ທີ່​ຈະ​ຊ່ວຍ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ນັກ​ລົງທຶນ ເຂົ້າ​ໃນ​ເມື​ອງ ທ່າ​ແຂກ ​ໃຫ້​ຫລາຍ​ຂຶ້ນ ເຊິ່ງອັນ​ຈະ​ເຮັດ​ໃຫ້​ເມືອງ​ທ່າ​ແຂກ ກໍ​ຄື​ແຂວງ​ຄຳ​ມ່ວນ ກາຍ​​ເປັນ​ແຂວງ​ເສດຖະກິດ​ການ​ຄ້າ, ການ​ບໍລິການ​, ​ເປັນ​ທາງ​ຜ່ານ​ທີ່​ສຳຄັນ​ຂອງ​ປະ​ເທດ ​ແລະ ພາກພື້ນ​ໃນ​ອະນາຄົດ. ເມ​ືອງທ່າ​ແຂກ ທີ່​ເປັນ​ເມືອງ​ເອກ​ຂອງ​ແຂວງ ​ແມ່ນ​ຕັ້ງຢູ່​ແຄມ​ແມ່ນ້ຳຂອງ ຫລື ຕິດ​ກັບ​ຈັງຫວັດ​ນະຄອນ​ພະນົມ​ຂອງ​ໄທ. ແຂວງ​ຄຳ​ ມ່ວນ ເປັນ​ແຂວງ​ຫນຶ່ງ​ທີ່​ໄດ້​ຮັບ​ການ​ພິຈາລະນາ​ເປັນ​ແຂວງ​ຍຸດ​ທະ​ສາດ ທັງ​ທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ ​​ເພາະເປັນແຂວງ​ທີ່​ອຸດົມສົມບູນ​ທາງ​ທຳ​ມະ ​ຊາດ, ມີ​ປ່າ​ສະຫງວນ​ແຫ່​ງຊາດ​ເຖິງ 2 ແຫ່ງ ຄື ປ່າ​ເຂດ​ພູ​ຫີນ​ປັ້ນ ແລະ ປ່າ​ນາ​ກາຍ-ນ້ຳ​ເທີນ, ມີ​ສາຍ​ນ້ຳ​ໃຫຍ່​ຫລາຍ​ສາຍ​ເຊັ່ນ: ນ້ຳຫີນ​ບູນ, ນ້ຳກະດິງ, ນ້ຳ​ເທີນ, ນ້ຳ​ເຊບັ້ງ​ໄຟ. ນອກ​ນັ້ນ ຍັງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຫລາ​ຍຢ່າງ​ຫນ້າ​ສົນ​ໃຈ ​ເຊັ່ນ: ​ເຂື່ອນ​ໄຟຟ້າ 2 ແຫ່ງ, ມີຖ້ຳກອງ​ລໍ ທີ່​ຢູ່​ໃນ​ເປົ້າຫມາຍ​ເປັນ​ມໍລະດົກ​ໂລກ, ຖ້ຳນາງ​ແອ່ນ, ຖ້ຳພະ ​ແລະ ຖ້ຳ ອື່ນໆ./.


Posted by samakomlao on 2:52 PM. Filed under , , . You can follow any responses to this entry through the RSS 2.0. Feel free to leave a response

1 comments for "ຂົວ​ມິດຕະພາບ 3 ລາວ ໄທ ເປີດເປັນທາງການແລ້ວ !"

  1. Building third Lao-Thai friendship bridge is good POLITICAL and ECONOMICAL strategy to DETER Vietnam's influence in Laos.
    To slowdown VIETNAMIZATION of Laos, Thai and Thailao people
    have to RISE UP to protect our COMMONALITIES.

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added