ປັບປຸງຄ່າແຮງງານຂັ້ນຕ່ຳສຸດ ໃຫ້ຜູ້ອອກແຮງງານທຸກພາກສ່ວນ ໃນຂົງເຂດທຸລະກິດ

ໃນວັນທີ 13 ທັນວາ 2011 ຢູ່ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຄຳຂານ ພິນສະຫວັນ ຫົວໜ້າກົມຄຸ້ມຄອງແຮງງານ ໄດ້ຖະ ແຫລງຂ່າວກ່ຽວກັບການປະກາດ ໃຊ້ຄ່າແຮງງານຂັ້ນຕ່ຳສຸດ ສຳລັບຜູ້ເຮັດວຽກໃນຂົງເຂດທຸລະກິດ, ການຜະລິດ ແລະ ການບໍລິການ ໃນທຸກພາກສ່ວນ ເສດຖະກິດ ຢ່າງເປັນເອກະພາບໃນທົ່ວປະເທດ ຈຳນວນ 626.000 ກີບ/ຄົນ/ເດືອນ ຖ້າຄິດໄລ່ເປັນວັນແມ່ນບໍ່ໃຫ້ຕ່ຳກວ່າ 24.076 ກີບ/ຄົນ/ວັນ, ຄິດໄລ່ເປັນຊົ່ວໂມງບໍ່ໃຫ້ຕ່ຳກວ່າ 3.009 ກີບ/ຄົນ/ຊົ່ວໂມງ, ເຊິ່ງຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ມັງກອນ 2012 ເປັນຕົ້ນໄປ.
ສຳລັບຄ່າແຮງງານຂັ້ນຕ່ຳນີ້ ມີເປົ້າໝາຍນຳໃຊ້ສຳລັບຜູ້ທີ່ອອກ ແຮງງານທຸກຄົນ ທີ່ເຮັດວຽກໃນຂົງເຂດການຜະລິດ, ທຸລະກິດ ແລະ ການບໍລິການ ໃນທຸກ ພາກສ່ວນເສດຖະກິດ ທີ່ເຄື່ອນໄຫວຢູ່ໃນ ສປປ ລາວ ແລະ ຍົກເວັ້ນຜູ້ອອກແຮງງານລາວ ທີ່ເຮັດວຽກໃນອົງການຕ່າງປະເທດ ປະຈຳ ສປປ ລາວ, ລັດຖະ ກອນ ແລະ ພະນັກງານສັນຍາຈ້າງ ທີ່ເຮັດວຽກຢູ່ໃນຂະແໜງການຄຸ້ມຄອງບໍລິຫານ, ວິຊາການຂອງລັດ ແລະ ອົງການຈັດຕັ້ງຂອງພັກ ທີ່ໄດ້ຮັບເງິນເດືອນ ຈາກຄັງ ຂອງງົບປະມານແຫ່ງຊາດ ເຊິ່ງມີລະບຽບການສະເພາະ ຕ່າງຫາກ.
ທັງນີ້, ກໍເພື່ອແນ່ໃສ່ຮັບປະກັນການດຳລົງຊີວິດຂັ້ນພື້ນຖານຕ່ຳສຸດໃຫ້ແກ່ ຜູ້ອອກແຮງງານ ໂດຍສອດຄ່ອງ ກັບລະດັບການຂະຫຍາຍຕົວດ້ານເສດຖະກິດ, ສອດຄ່ອງກັບການປ່ຽນແປງກັບ ຄ່າຄອງຊີບ ໃນປັດຈຸບັນ, ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ ແລະ ຈິດໃຈ ໃນການດຳລົງຊີວິດ ແລະ ຜົນປະໂຫຍດທາງ ດ້ານສະຫວັດດີການ ແລະ ການປະກັນສັງຄົມ ຂອງຜູ້ອອກແຮງງານ. ແນ່ໃສ່ປັບປຸງຍົກລະດັບ ຊີວິດການເປັນຢູ່ຂອງຜູ້ອອກແຮງງານ ໃຫ້ດີຂຶ້ນເທື່ອລະກ້າວ, ເປັນການກະຕຸກຊຸກຍູ້ໃຫ້ຜູ້ອອກແຮງງານ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຜະລິດສິນຄ້າ ແລະ ການບໍລິການໃຫ້ມີປະສິດ ທິພາບສູງຂຶ້ນ
ຊົມເຊີຍທ່ີປັບປຸງຄັ້ງນີ້, ແຕ່ກໍ່ຍັງຕຳ່ຢູ່ເມື່ອສົມທຽບກັບຄ່າຄອງຊີບ