ພິດສະໄຫມ ຈັນທະສອນຄອງຕໍາແຫນ່ງ ສາວງາມຈໍາປາສັກ 2012
ສຳລັບງານປະກວດນາງສາວຈຳປາສັກປະຈຳປີ 2012 ນີ້ ມີຜູ້ເຂົ້າຮ່ວມປະກວດທັງຫມົດ 20 ນາງສາວ ເຊິ່ງໃນການປະກວດປະກອບມີການປະກວດນາງສາວໃນຊຸດລາຕີ, ຊຸດກີລາ ແລະ ຊຸດແຕ່ງງານ ເຊິ່ງຜ່ານການຄັດເລືອກຈາກຄະນະກຳມະການທີ່ມີປະສົບການພາຍໃນແຂວງ ແລະ ຜົນຂອງການປະກວດອັນດັບຫນຶ່ງໄດ້ແກ່ ນາງ ພິດສະໄຫມ ຈັນທະສອນ M7 ມາຈາກວິທະຍາໄລການເງິນພາກໃຕ້, ອາຍຸ 20 ປີ, ພອນສະຫວັນພິເສດມັກຟ້ອນ, ສູງ 1,66 ແມັດ, ຄອງຕຳແຫນ່ງນາງສາວຈຳປາສັກປະຈຳປີ 2012 ໄດ້ຮັບມຸງກຸດ, ສາຍສະພາຍພ້ອມດ້ວຍເງິນສົດ 20 ລ້ານກີບ, ສ່ວນອັນດັບສອງໄດ້ແກ່ນາງ ອຳພາພອນ ບົວອາສາ M13 ມາຈາກໂຮງຮຽນ ມສ ໂພນໄຊ ລວງສູງ 1,60 ແມັດ ໄດ້ຮັບລາງວັນເງິນສົດ 12 ລ້ານກີບ ພ້ອມດ້ວຍສາຍສະພາຍທັງໄດ້ຮັບລາງວັນຂວັນໃຈປະຊາຊົນຕື່ມອີກ ແລະ ອັນດັບສາມໄດ້ແກ່ ນາງ ສຸໃດ ນະວະພົນ M16 ມາຈາກວິທະຍາໄລການເງິນພາກໃຕ້ ພ້ອມທັງໄດ້ຮັບລາງວັນຂວັນໃຈຊ່າງພາບ, ຮັບລາງວັນເງິນສົດ 10 ລ້ານກີບພ້ອມດ້ວຍສາຍສະພາຍ ພ້ອມດ້ວຍຮອງອັນດັບ ສາມຈຳນວນ 4 ນາງສາວໄດ້ຮັບລາງວັນ 5 ລ້ານກີບ.
ພ້ອມນັ້ນ ໃນພິທີ ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ໃຫ້ກຽດຂຶ້ນກ່າວອວຍພອນອັນປະເສີດມາຍັງການນຳພັກ-ລັດ, ພະນັກງານລັດຖະກອນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະ ຊາຊົນບັນດາເຜົ່າພາຍໃນແຂວງຈຳປາສັກ ເນື່ອງໃນວັນສົ່ງທ້າຍປີເກົ່າ, ຕ້ອນຮັບປີໃຫມ່ສາກົນ ຄ.ສ 2012 ຕື່ມອີກ.

ຂໍສະແດງຄວາມຍິນດີນໍາເດີ.
ຫວັງວ່ານ້ອງຈະບໍ່ໄປຖ່າຍຮູບ ທ່າຄານເງີງກົ້ນ ເຊີນຊວນຜູ້ຊາຍເຂົ້າປະຕູຫລັງ ຄືນາງແບບວາລະສານ ບາງຄົນ ຕິເນາະ ???? ແຮໆໆໆໆໆໆໆໆໆໆ