ລາຄານໍ້າດື່ມໃນລາວ ຈະເພີ່ມຂຶ້ນ!!!
ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 1313 ລົງວັນທີ 18 ສິງຫາ 2011b ແນະນຳລາຄານ້ຳດື່ມສຳລັບຕຸກໃຫຍ່ 18-20 ລິດແມ່ນເພີ່ມຈາກ ລາຄາ 3.000 ເປັນ 4.000 ກີບ, ສຳລັບຕຸກນ້ອຍອ່ອນ 750 ຊີຊີ ແມ່ນເພີ່ມຈາກ 1 ໂຫລລາ ຄາ 8.000 ກີບເປັນ 10.000 ກີບ ເຊິ່ງເລີ່ມມີຜົນແຕ່ວັນທີ 1 ມັງກອນ 2012 ເປັນຕົ້ນໄປ.
ທ່ານ ຄຳຫວັນ ລາຊາຈັກ ປະທານສະມາຄົມນ້ຳດື່ມນະຄອນຫລວງວຽງຈັນ ອະທິບາຍເຫດຜົນການປັບຂຶ້ນລາຄານ້ຳດື່ມວ່າ: ນັບແຕ່ປີ 2008 ເປັນຕົ້ນມາທີ່ໄດ້ວາງລາຄານ້ຳດື່ມທັງສອງຂະຫນາດໃນລາຄາ 3.000 ກີບ ແລະ 8.000 ກີບຕາມລຳດັບ, ຈົນມາເຖິງປະຈຸບັນ ສະພາບເສດຖະກິດມີການຂະຫຍາຍຕົວ, ຄ່າຄອງຊີບປັບຕົວສູງຂຶ້ນເຮັດໃຫ້ຫລາຍໆໂຮງງານບໍ່ສາມາດປະຕິບັດການມອບພັນທະໃຫ້ລັດໄດ້ທັນຕາມກຳນົດ, ລວມທັງຄ່າໃຊ້ຈ່າຍມີຕົວເລກຂ້ອນຂ້າງສູງເຊັ່ນ: ຄ່າກິນ-ຢູ່, ພັກເຊົາຂອງກຳມະກອນ ແຕ່ລະວັນ, ຄ່າຈ້າງກຳມະກອນ, ຄ່ານ້ຳມັນ, ຄ່າຫລຸ້ຍຫ້ຽນລົດ, ຄ່າຫລຸ້ຍຫ້ຽນເຄື່ອງຈັກຜະລິດ ແລະ ອື່ນໆ.
ອັນເຮັດໃຫ້ຜູ້ປະກອບການໂຮງງານນ້ຳດື່ມບໍ່ມີຜົນກຳໄລຈາກການດຳເນີນທຸລະກິດ ດັ່ງນັ້ນ ສະມາຄົມນ້ຳດື່ມນະຄອນຫລວງ ຈິ່ງຈຳເປັນປັບຂຶ້ນລາຄານ້ຳດື່ມຕາມການສະເຫນີຂອງ ບັນດາຜູ້ປະກອບການເພື່ອໃຫ້ໂຮງງານມີລາຍຮັບສາມາດຜະລິດນ້ຳດື່ມຮັບໃຊ້ສັງຄົມໄດ້ຕະຫລອດໄປ.
Ecom
