|

ລາວຈະເປັນຜູ້ສົ່ງອອກໄຟຟ້າອັນດັບຫນຶ່ງຂອງອາຊຽນ


ຄວາມຫວັງຂອງພັກ-ລັດຖະບານລາວຄື “ເຮັດໃຫ້ປະເທດ ກາຍເປັນຫມໍ້ໄຟຟ້າຂອງອາຊຽນ” ຜ່ານມາພັກ-ລັດຖະບານ ໄດ້ວາງນະໂຍບາຍຖືກຕ້ອງ, ເຫມາະສົມລະດົມທຶນເຂົ້າໃນການກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກ, ພະລັງງານຄວາມຮ້ອນຢ່າງຕໍ່ ເນື່ອງເພື່ອຜະລິດກະແສໄຟຟ້າສົ່ງຂາຍໃຫ້ປະເທດສະມາຊິກອາຊຽນ, ປະຈຸບັນ ລາວມີສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈໃນການຊື້- ຂາຍພະລັງງານໄຟຟ້າກັບ 3 ປະເທດຂອງອາຊຽນ.

ອີງໃສ່ທີ່ຕັ້ງພູມີປະເທດ ແລະ ຄວາມອຸດົມສົມບູນທາງທຳມະ ຊາດທີ່ມີປ່າໄມ້ປົກຫຸ້ມເປັນສ່ວນ ໃຫຍ່ທັງມີແມ່ນ້ຳລຳເຊຢ່າງຫລວງຫລາຍ, ແມ່ນ້ຳຫລາຍ ສາຍລວມທັງແມ່ນ້ຳຂອງ ແລະ ສາຂາ ຂອງແມ່ນ້ຳຂອງຢູ່ໃນປະເທດມີຄວາມເປັນໄປໄດ້ທີ່ຈະສ້າງເຂື່ອນພະລັງງານໄຟຟ້ານ້ຳຕົກ, ຕາມແຫລ່ງຂໍ້ມູນຈາກລັດວິສາຫະກິດໄຟຟ້າລາວພົບວ່າ: ການສຳຫລວດແຫລ່ງນ້ຳສາຍຕ່າງໆໃນ ລາວ, ມີຄວາມເປັນໄປໄດ້ທີ່ຈະຜະລິດກະແສໄຟຟ້າໄດ້ເຖິງ 30 ພັນເມກາວັດ.ພັກ-ລັດ ຖະບານຈິ່ງຕັ້ງໃຈສູງ ເພື່ອຫັນ ສປປ ລາວ ກາຍເປັນ “ຫມໍ້ໄຟ ຂອງອາຊຽນ” ແລະ ພະຍາຍາມ ເຮັດໃຫ້ ຄ່າກະແສໄຟຟ້າຖືກກວ່າຢູ່ບັນດາປະເທດອ້ອມຂ້າງ.

ເພື່ອບັນລຸຄວາມຫວັງດັ່ງ ກ່າວລັດຖະບານຈິ່ງໄດ້ວາງທິດທາງນະໂຍບາຍທີ່ຖືກຕ້ອງ ແລະ ສ້າງແຮງຈູງໃຈ, ສ້າງເງື່ອນໄຂ ດຶງດູດເອົາການລົງທຶນຂອງພາຍໃນ ແລະ ຕ່າງປະເທດ ເພື່ອເອົາທຶນ ມາພັດທະນາສ້າງເຂື່ອນຕາມລຳນ້ຳສາຍຕ່າງໆຢູ່ໃນປະເທດ.

ຜ່ານມາເຫັນໄດ້ຢ່າງຊັດເຈນ ຕໍ່ການລະດົມທຶນເຂົ້າໃນການສ້າງເຂື່ອນເຊັ່ນ: ນ້ຳເທີນ 2, ເທີນຫີນບູນ, ເຂື່ອນນ້ຳງື່ມ, ໄຟຟ້າພະລັງງານຄວາມຮ້ອນຫົງສາທັງຫມົດນັ້ນແມ່ນເພື່ອການຊົມໃຊ້ ພາຍໃນ ແລະ ສົ່ງຂາຍໃຫ້ປະເທດໃນອາຊຽນ ໂດຍສະ ເພາະບັນດາປະເທດອ້ອມຂ້າງ.

ປະຈຸບັນ ລາວມີສັນຍາ ແລະ ບົດບັນທຶນຄວາມເຂົ້າໃຈໃນການຊື້-ຂາຍກະແສໄຟຟ້າກັບ 3 ປະເທດເຊັ່ນ: ໄທ, ຫວຽດນາມ, ກຳປູເຈຍ, ສະເພາະໄທແມ່ນຕົກລົງຊື້ກະແສໄຟຟ້າຈາກລາວ 7.000 ເມກາວັດ, ພາຍໃນປີ 2015 ຈາກແຫລ່ງຜະລິດນ້ຳເທີນ2. ຂະນະທີ່ຜ່ານມາລາວກໍ່ໄດ້ສົ່ງກະແສໄຟຟ້າຂາຍໃຫ້ໄທ ແລ້ວສ່ວນຫນຶ່ງ ແລະ ຈະດຳເນີນຕາມພັນທະສັນຍາການຊື້-ຂາຍ ນຳກັນ, ສ່ວນ ສສ ຫວຽດນາມ ແມ່ນມີບົດບັນທຶກຄວາມເຂົ້າໃຈ (MOU) ຊື້ກະແສໄຟຟ້າຈາກລາວຈຳນວນ 5.000 ເມກາວັດ ແລະ ກຳປູເຈຍ 3.000 ເມກາວັດ ເຊິ່ງລັດຖະບານລາວຕ້ອງ ເລ່ງສ່ົງກະແສໄຟຟ້າ ໃຫ້ສອງປະເທດ ນີ້ສຳເລັດພາຍໃນປີ 2020.

Posted by samakomlao on 9:53 AM. Filed under , , . You can follow any responses to this entry through the RSS 2.0. Feel free to leave a response

1 comments for "ລາວຈະເປັນຜູ້ສົ່ງອອກໄຟຟ້າອັນດັບຫນຶ່ງຂອງອາຊຽນ"

  1. ຫວັງ ວ່າ ປະເທດລາວ ຈະຫລຸດ ພົ້ນ ຄວາມທຸກຍາກ ໄວໆ ນີ້ ສາທູ

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added