ຂ່າວດ່ວນ ! ປືນນັດດຽວ ຂ້າ 9 ຄົນ ຢູ່ປະເທດລາວ !
ກາຍເປັນເຫດການສະ ເທືອນຂວັນ ແລະ ອຸທາຫອນເຕືອນຫລາຍຄົນໃນກ່ອນຈະຍິງປືນຂຶ້ນ ຟ້າແຕ່ລະນັດກັບເຫດຮູ້ເທົ້າບໍ່ເຖິງການຍິງປືນພຽງນັດດຽວໃນວັນເສົາຜ່ານມາຂອງ ປກສ ບ້ານນາຕ້າງ ແຂວງຫົວພັນ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດເຖິງ 9 ຄົນ ໂດຍສ່ວນໃຫຍ່ແມ່ນເດັກນ້ອຍ.
ເຫດເກີດເມື່ອຕອນແລງວັນທີ 12 ພຶດສະພາຜ່ານມາ ທີ່ຄຸ້ມຍຸນທອງບ້ານນາຕ້າງ ເມືອງຊຳເຫນືອ ແຂວງຫົວພັນ ຫລັງຈາກທີ່ປະຊາຊົນຄຸ້ມດັ່ງກ່າວໄດ້ປະກອບພິທີທາງສາສະຫນາ (ຍ້າຍຜີເຊິນ ) ຈາກບ້ານເກົ່າມາຮັກສາໄວ້ຢູ່ບ້ານໃຫມ່ ເມື່ອສຳເລັດພິທີແລ້ວກໍ່ໄດ້ພາກັນຍ່າງກັບຄືນເມືອເຮືອນຂອງໃຜລາວ ພໍຮອດກາງພູໃກ້ຈະຮອດບ້ານ ທ. ອຳພອນ ເຊິ່ງເປັນປະຊາຊົນໃນບ້ານໄດ້ພະລາດລົ້ມກິ້ງລົງພູ ປະມານ 6 ແມັດ ແລະ ເສຍຊີວິດຄາທີ່.
ຈາກນັ້ນ ທ. ສິງພອນ ເປັນ ປກສ ບ້ານໄດ້ເອົາປືນອາວຸດເສິກ (ຍີ່ຫໍ້ມະດົກມ້າ) ຢູ່ເຮືອນຂອງຜູ້ກ່ຽວມາຍິງຂຶ້ນຟ້າຈຳນວນ 1 ນັດ ເພື່ອເຕືອນໃຫ້ຊາວບ້ານຮັບຮູ້ວ່າມີເຫດເກີດຂຶ້ນ ແຕ່ບັງເອີນລູກປືນໄດ້ຖືກສາຍໄຟຟ້າແຮງກາງ 22 kv. ເຮັດໃຫ້ສາຍໄຟຟ້າຂາດຫນຶ່ງສັ້ນແລ້ວຕົກລົງມາສູ່ພື້ນດິນບໍລິເວນນັ້ນພໍດີຈິງເປັນເຫດເຮັດໃຫ້ໄຟຊ໋ອດ ແລະ ມີຄົນເສຍຊີວິດຈຳນວນ 9 ຄົນ.
ບຸກຄົນທີ່ເສຍຊີວິດໃນຄັ້ງນີ້ ປະກອບມີ: ທ. ສິງພອນ ອາຍຸ 42 ປີ (ຜູ້ຍິງປືນ), ທ. ບຸນ ອາຍຸ 16 ປີ, ນ. ເພັງ ອາຍຸ 14 ປີ, ນ. ຈັນ ອາຍຸ 7 ປີ, ທ. ຫມັ້ນ ອາຍຸ 9 ປີ, ນ. ບົງ ອາຍຸ 13 ປີ, ນ. ວັນ ອາຍຸ 9 ປີ, ທ. ຈັນ ອາຍຸ 17 ປີ ແລະ ນ. ວອນ ອາຍຸ 15 ປີ ໂດຍທັງຫມົດເປັນປະຊາຊົນຄຸ້ມຍຸນທອງບ້ານນາຕ້າງ ເມືອງຊຳເຫນືອ ແຂວງຫົວພັນ.
ຢ່າງໃດກໍ່ຕາມ ຜ່ານການສະຫລຸບຄະດີໃນເບື້ອງຕົ້ນຂອງເຈົ້າຫນ້າທີ່ກ່ຽວຂ້ອງເຫັນວ່າ: ເຫດການດັ່ງກ່າວເປັນອຸບັດເຫດ ໂດຍບໍ່ກ່ຽວຂ້ອງກັບເຕັກນິກ ແລະ ຄວາມຜິດພາດໃນການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຂອງບໍລິສັດຜູ້ຕິດຕັ້ງໄຟຟ້າແຕ່ຢ່າງໃດເຖິງ ແມ່ນວ່າຕາຂ່າຍດັ່ງກ່າວແມ່ນພວມຢູ່ໃນໄລຍະການກໍ່ສ້າງ ແລະ ຕິດຕັ້ງກໍ່ຕາມ.
ຂະນະທີ່ບໍລິສັດຜູ້ຮັບເຫມົາກໍ່ສ້າງ ແລະ ຕິດຕັ້ງດັ່ງກ່າວກໍ່ໄດ້ມອບເງິນຊ່ວຍເຫລືອປົງສົບຜູ້ເສຍຊີວິດແລ້ວຈຳນວນ 5 ລ້ານກີບ ແລະ ລັດວິສາຫະກິດໄຟຟ້າລາວສາຂາແຂວງຫົວພັນຊ່ວຍເຫລືອ 2 ລ້ານກີບ. ພ້ອມທັງສົ່ງບົດລາຍງານ ແລະ ບົດສະເຫນີມາຍັງພະແນກສະຫວັດດີການ ແລະ ສັງຄົມແຂວງເພື່ອຫາທາງຊ່ວຍເຫລືອຄອບຄົວຜູ້ເສຍຊີວິດຕໍ່ໄປ.
Ecom

This comment has been removed by the author.
ສັງມາເປັນຕາຢ້ານແທະລະ
ໂອ! ແສນເສັຽໃຈນຳ ລູກຫລານຄວາມຮູ້ເທົ້າບໍ່ເຖີງການ ແຕ່ອວດສະຫຼາດ ຂໍໃຫ້ 9 ວີນຍານ ມີຄວາມສະງົບສຸກຕະລອດໄປ.
ຜີຮ້າຍແທ້ບ້ານນັ້ນ
ขอแสดงความเสียใจนำเด้อ