ຊ່ວຍເປັນແຮງໃຈ ຜູ້ສ່ຽງລົງເອົາຕົ້ນໄມ້ມະນີໂຄດ ຂຶ້ນຮັກສາ
ເພື່ອຄວາມຫມັ້ນໃຈ, ສະດວກ ແລະ ປອດໄພຂອງຜູ້ຈະລົງເອົາຕົ້ນໄມ້ມະນີໂຄດ ຈິ່ງຈຳເປັນຈະຕ້ອງໄດ້ນຳໃຊ້ທັງພິທີກຳທາງສາສະຫນາ ແລະ ວິທະຍາສາດ ເຂົ້າຊ່ວຍດ້ວຍການໃຊ້ ຍົນແຮລີຄອບແຕ ກອບກູ້ເອົາຕົ້ນໄມ້ມິ່ງຂວັນ ເພື່ອເກັບຮັກສາໄວ້ ເປັນມໍລະດົກຂອງຊາວເມືອງໂຂງກໍ່ຄືຊາວລາວ.
ທ່ານ ສົມຈີນ ອິນທະຈິດ ຫົວຫນ້າຫ້ອງການທ່ອງທ່ຽວເມືອງໂຂງໃຫ້ຮູ້ວ່າ: ອີງຕາມຂໍ້ຕົກລົງຂອງຂັ້ນສູນກາງ, ດັ່ງນັ້ນ ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ຈິ່ງຕົກລົງເຫັນດີຮ່ວມມືກັນ ເພື່ອກອບກູ້ເອົາຊາກຂອງຕົ້ນໄມ້ມະນີໂຄດອັນເປັນມິ່ງຂວັນຂອງຊາວ ເມືອງໂຂງທີ່ລົ້ມລົງເມື່ອວັນທີ 19 ມີນາຜ່ານມາ ເຊິ່ງການກອບກູ້ຄັ້ງນີ້ຈຳເປັນຕ້ອງນຳໃຊ້ ພິທີກຳທາງສາສະຫນາ, ພິທີກຳທາງຮີດຄອງປະເພນີ ແລະ ວິທະຍາສາດເຂົ້າຊ່ວຍ.
ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 15 ມີນາຜ່ານມາ ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ພ້ອມດ້ວຍປະຊາຊົນເຂດ ອ້ອມແອ້ມ ຈິ່ງພ້ອມພຽງກັນຈັດພິທີຕັກບາດຂຶ້ນທີ່ສາລາຊົມທິວ ທັດນ້ຳຕົກຕາດຄອນພະເພັງ ແລະ ຕັ້ງກອງບຸນຂຶ້ນ 5 ກອງ,ພ້ອມດ້ວຍນິມົນພະອາຈານໃຫຍ່ຈາກຫລາຍວັດ ຈຳນວນ 13 ອົງ ເພື່ອສູດມົນຂໍແຜ່ເອົາຕົ້ນໄມ້ມະນີໂຄດຈາກສິ່ງສັກສິດໃນເຂດດັ່ງ ກ່າວ, ນອກຈາກນັ້ນ ພິທີກຳທາງຮີດຄອງກໍ່ເປັນສິ່ງທີ່ຂາດບໍ່ໄດ້, ຈິ່ງຈຳເປັນຕ້ອງຈັດພິທີຂໍແຜ່ຈາກເຈົ້າຖິ່ນເຈົ້າຖານເປັນຕົ້ນແມ່ນບ້ານທ່າຄໍ້, ບ້ານດອນຊົມ (ເຈົ້າຖິ່ນຖານເຂດນ້ຳຕົກຕາດຄອນພະເພັງ) ແລະ ບ້ານດອນທໍລະທີ ເຈົ້າຖິ່ນຖານເຂດພູຄັນແຮ່ (ອີງຕາມຄວາມເຊື່ອຖືທາງຮີດຄອງທີ່ເຫັນວ່າກ່ຽວຂ້ອງກັນ).
ທັງນີ້ ກໍ່ເພື່ອຄວາມສຳເລັດ ແລະ ຄວາມສະດວກປອດໄພໃນການລົງກອບກູ້ເອົາຕົ້ນໄມ້ມະນີໂຄດ.
ທ່ານ ສົມຈີນ ໃຫ້ຮູ້ຕື່ມວ່າ: ອີງຕາມການສຳຫລວດຂອງນັກວິຊາການຂັ້ນສູນກາງ ເມື່ອວັນທີ 13 ມິຖຸນາຜ່ານມາ ດ້ວຍການໃຊ້ຍົນແຮລີຄອບແຕບິນລົງສຳຫລວດບໍລິເວນນ້ຳຕົກຕາດຄອນພະເພັງ, ຂະນະທີ່ຍົນລຳດັ່ງກ່າວ ສາມາດບິນລົງຕ່ຳສຸດພຽງ 25 ແມັດ ຈາກຫນ້ານ້ຳ, ຈາກຜົນຂອງການສຳຫລວດໃຫ້ຮູ້ວ່າ: ຍົນລຳດັ່ງກ່າວຍັງບໍ່ສາມາດດຶງເອົາຕົ້ນໄມ້ມະນີໂຄດຂຶ້ນມາໄດ້ ເພາະເຫັນວ່າຍັງມີຄວາມສ່ຽງຈາກແຮງດຶງດູດຂອງອາກາດໃນເຂດນ້ຳຕົກ.
ດັ່ງນັ້ນ ຕາມແຜນການຄາດ ວ່າຈະໃຊ້ຍົນແຮລີຄອບແຕລຳໃຫຍ່ຮຸ່ນໃບພັດ 2 ຊັ້ນ ຈິ່ງຈະສາມາດດຶງຕົ້ນໄມ້ມະນີໂຄດຂຶ້ນໄດ້ ແລະ ເບື້ອງຕົ້ນຈະຍົກຂຶ້ນມາວາງໄວ້ທີ່ສະຫນາມບິນນ້ອຍບ້ານທ່າຄໍ້, ຖ້າຫາກວ່າພາລະກິດນີ້ ສຳເລັດຕາມຄາດຫມາຍໃນທີ່ສຸດແລ້ວຍັງບໍ່ສາມາດລະບຸໄດ້ຊັດເຈນວ່າຈະເກັບຮັກສາຕົ້ນໄມ້ມະນີໂຄດໄວ້ຢູ່ສະຖານທີ່ໃດ ແລະ ວັນເວລາທີ່ຈະເອົາຕົ້ນໄມ້ສັກສິດນັ້ນຍັງບໍ່ສາມາດລະບຸໄດ້ຊັດເຈນ, ທ່ານ ສົມຈີນ ກ່າວ.
ຂະນະດຽວກັນ ທ່ານ ພູຂຽນ ຊາວບ້ານນາກະສັງ “ຜູ້ເຂົ້າຮ່ວມພິທີ” ໃຫ້ຮູ້ຕື່ມວ່າ: ອີງຕາມຂໍ້ມູນຈາກເຖົ້າແກ່ແນວໂຮມບ້ານທ່າຄໍ້ ກ່າວວ່າ: ຈາກການສື່ສານທາງສາສະຫນາ ແລະ ຮີດຄອງແລ້ວໃຫ້ຮູ້ວ່າ: ຖ້າຫາກສາມາດນຳຕົ້ນໄມ້ມະນີໂຄດຂຶ້ນມາ ໄດ້ຈະຕ້ອງເກັບຮັກສາໄວ້ຢູ່ພາຍໃນບ້ານທ່າຄໍ້ເອງ.
