Opinion from Lao media toward the dramma "Mon Ruk Rim Fang Kong"


The thai TV dramma entitled "Mon Ruk Rim Fang Kong" was finally on air last month on Thai TV channel 7, after many editions to make the story not to affect the relationship between the people of the two countries: Laos and Thailand. Follow are feedback from Lao people via Kaosan Pathetlao...more in lao language, click here


ໃນທີ່ສຸດ ລະຄອນ “ເພງຣັກລີມຝັ່ງໂຂງ” ຫລື “ເພງຮັກແຄມຝັ່ງຂອງ” ກໍໄດ້ລົງຈໍທາງໂທລະພາບຊ່ອງ 7 ຂອງໄທ, ພາຍຫລັງມີການນຳກັບໄປດັດແກ້ ແລະ ປ່ຽນແປງຫລາຍເທື່ອ ເພື່ອໃຫ້ຜົນງານທີ່ອອກມາບໍ່ກະທົບກະເທືອນມິດຕະພາບ ຫລື ຄວາມຮູ້ສຶກຂອງຄົນລະຫວ່າງສອງປະເທດລາວ-ໄທ.

ລະຄອນດັ່ງກ່າວ ມີເນື້ອໃນກ່ຽວກັບຄວາມຮັກຂອງຄົນສອງຊາດ, ພ້ອມນັ້ນ ນັກສະແດງນຳຂອງເລື່ອງຍັງເປັນສິລະປິນ-ນັກສະແດງຊື່ດັງຂອງທັງສອງປະເທດເຊັ່ນ ນາງ ຈຳປາ ເປັນນາງເອກຮັບບົດໂດຍ ອາເລັກຊານດຣາ ບຸນຊ່ວຍ, ສ່ວນພະເອກ ຊື່ ພິນ ນະຄອນພະນົມ ຮັບບົດໂດຍ ເວຍ ສຸກົນລະວັດ, ຈຶ່ງເຮັດໃຫ້ລະຄອນດັ່ງກ່າວ ເປັນທີ່ຈັບຕາເບິ່ງທີ່ສຸດ ຕັ້ງແຕ່ຕອນຖ່າຍທຳຍັງບໍ່ທັນແລ້ວ ຈົນຮອດຂັ້ນຕອນດັດແກ້ຂອດສຸດທ້າຍ ແລະ ໄດ້ແຜ່ພາບອອກອາກາດໃນຂະນະນີ້.



ເຖິງວ່າ ລະຄອນໄດ້ສາຍໃຫ້ເບິ່ງພຽງ 2-3 ຄືນທຸກໆວັນຈັນ ແລະ ອັງຄານ, ແຕ່ບັນດາແມ່ຄ້າ ຊາວຂາຍຊາວລາວ ກໍ່ເວົ້າເຖິງເລື່ອງນີ້ບໍ່ຂາດປາກ, ພວກເຂົາບອກວ່າ: “ລໍຖ້າເບິ່ງ ເພາະ ຢາກຮູ້ວ່າຊິເປັນແນວໃດທີ່ ລາວ-ໄທສະແດງນຳກັນ, ແຕ່ເມື່ອໄດ້ເບິ່ງແລ້ວຮູ້ສຶກວ່າມ່ວນ ຍ້ອນການປາກເວົ້າ, ການແຕ່ງກາຍ ແລະ ກິລິຍາທ່າທາງຂອງຕົວລະຄອນ ເປັນພື້ນບ້ານດີ. ຕອນນີ້ ຍັງບໍ່ມີຈຸດໃດທີ່ຈະຕຳນິ ເພາະເນື້ອເລື່ອງພວມຕະຫລົກ, ເຖິງວ່າ ຈະເວົ້າພາສາລາວ-ອີສານແຂງໆ ແຕ່ນັກສະແດງກໍ່ມີຄວາມພະຍາຍາມດີ. ຫລື ອາດເປັນຍ້ອນມັນຫາກໍ່ສາຍ ຈຶ່ງສະຫລຸບຫຍັງຫລາຍບໍ່ທັນໄດ້, ກາງເລື່ອງມັນຊິອອກມາແນວໃດນັ້ນ ລໍຖ້າເບິ່ງກ່ອນ...”.

ພາກສ່ວນພະນັກງານຍິງ ອາຍຸ ລະຫວ່າງ 38-50 ປີ ກໍ່ມີທັດສະນະຄະຕິຕໍ່ກັບເລື່ອງນີ້ວ່າ: “ເບິ່ງລະຄອນເລື່ອງນີ້ ມີ 2 ທັດສະນະຄື ເບິ່ງໃຫ້ເປັນລະຄອນປະກອບເພງ ຫລື ເພງປະກອບລະຄອນ ມັນກໍ່ຈະມ່ວນ, ແຕ່ຖ້າໃຫ້ເບິ່ງຖືກຕາມຄວາມຈິງ ແມ່ນບໍ່ຖືກຕ້ອງ ບໍ່ຊັດເຈນເຊັ່ນ: ການແຕ່ງກາຍຢູ່ໃນຍຸກສະໄຫມໃດ, ຊາວບ້ານທຳມະດາ ແຕ່ແຕ່ງຫນ້າແກ່ ໂດຍສະເພາະນາງເອກ ເພາະ ຊານດຣາ ງາມຢູ່ແລ້ວ ບໍ່ຈຳເປັນຕ້ອງແຕ່ງຫນ້າຫນາ. ຂໍ້ທ​ີ່ສຳຄັນຄື ນິໃສໃຈຄໍ ແລະ ປະເພນີ ທີ່ຕົວລະຄອນຖ່າຍທອດອອກມາ ບໍ່ມີສ່ວນໃດທີ່ເປັນລາວເລີຍ, ພາສາປາກເວົ້າ ຈະອອກ ອີສານຫມົດ, ດັ່ງນັ້ນ ຖ້າສະເຫນີວ່າ ລະຄອນດັ່ງກ່າວ ເປັນເລື່ອງກ່ຽວກັບຄົນໄທທີ່ອາໃສຢູ່ແຄມຝັ່ງຂອງ ມັນຖືກຕ້ອງກວ່າ ໂດຍທີ່ບໍ່ມີຄຳວ່າ “ລາວ” ໄປກ່ຽວຂ້ອງ”.



“ເພງຮັກແຄມຝັ່ງຂອງ” ເປີດສາກຂຶ້ນດ້ວຍການພໍ້ຫນ້າກັນເທື່ອທຳອິດຂອງສາວລາວ-ບ່າວໄທ ໃນງານປະເພນີໄຫລເຮືອໄຟ. ນາງ ຈຳປາ ເປັນຄົນນຳທ່ຽວ ແລະ ຊອກຫາລູກທົວຕ່າງຊາດທີ່ຫລົງກັນ ຍ້ອນມົວແຕ່ຟັງສຽງດົນຕີອີສານຂອງວົງ “ສຽງສະຫວັນ” ເຊິ່ງມີທ້າວ ພິນ ເປັນນັກດົນຕີດາວເດັ່ນ. ໃນທີ່ສຸດ ຈຳປາ ກໍ່ພໍ້ລູກທົວ ແລະ ໄດ້ພົບກັບ ພິນ, ຈາກນັ້ນ ພະເອກກໍ່ຫລົງມັກ ຈຳປາ ຈຶ່ງມີສາກຈີບນາງເອກແບບຕະຫລົກໆ ເພາະພະເອກຄິດວ່າ ຈຳປາ ເປັນຄົນຕ່າງຊາດ ຈຶ່ງອາໄສ ຫມູ່ທີ່ເປັນຕ່າງປະເທດເວົ້າອີສານໄດ້ ຊ່ວຍເປັນລ່າມ. ຄວາມບັງເອີນ ເຫມືອນພົມລິຂິດ ເຮັດໃຫ້ທັງສອງໄດ້ຮັກກັນ ແຕ່ວ່າເນື້ອເລື່ອງຈະເປັນແນວໃດຕໍ່ນັ້ນ ຕ້ອງໄດ້ຕິດຕາມຕໍ່ໄປ ເພາະຜູ້ກຳກັບຊາວໄທ ທ່ານ ທົງໄຊ ປຣະສົສັນ ເປັນຄົນຂຽນບົດເອງ ໂດຍຕັ້ງໃຈໃຫ້ເລື່ອງດັ່ງກ່າວ ຊ່ວຍສົ່ງເສີມຄວາມເຂົ້າໃຈອັນດີລະຫວ່າງປະຊາຊົນສອງຝັ່ງ ໂດຍຖ່າຍທອດຄວາມຮູ້ສຶກ ແລະ ເຂົ້າໃຈງ່າຍໆ ຜ່ານຄວາມຮັກຂອງສອງບ່າວສາວ.

ຂໍ້ມູນຈາກ ຫນັງສືພິມຂ່າວສານປະເທດລາວ

ທ່ານສາມາດຮັບຊົມລະຄອນເລື້ອງນີ້ຍ້ອນຫຼັງໄດ້ທີ່
1. http://www.activeboard.com/forum.spark?forumID=98894&p=3&topicID=11426637

2. http://www.activeboard.com/forum.spark?forumID=98894&p=3&topicID=11525741

http://samakomlao.blogspot.com

12:55 PM | Posted in , , , , , , , , , , , , , | Read More »

Mekong applauds PATA grant to Laos war time caves

A collection of caves in Laos which provided shelter to 23,000 Laotians during nine years of aerial bombardment in the Indochina War, are to receive funding from the PATA Foundation grant in 2007. The initiative has been welcomed by the Mekong Tourism Office (MTO) as the grant will be awarded to the Kaysone Phomvihane Memorial Tour Cave Office to fund the research and development of an audio tour and related promotional material on the ‘Viengxay Story’ into three languages - Lao, Vietnamese and English.

“The Mekong Tourism Office is very happy to see this financial support coming from the donor parties. It will prove invaluable to developing what is an important tourist site and the livelihoods of local residents in the area” said MTO executive director Stephen Yong...more

PATA members the Netherlands Development Agency (SNV) and the Lao National Tourism Administration (LNTA) aim to develop the caves as both a tourist destination and a ‘world peace site’ focusing on poverty reduction and the needs of local people. The caves are located in Viengxay district in Laos’ northeast in Houaphanh, the poorest province in Laos, where 40% of the population survives on less than US$1 per day. Locally, tourism is now being heralded as a vital tool in the fight against poverty.

The area’s development is supported by the Laotian government. The Prime Minister`s office has a permanent representative on the committee set up to oversee developments at Viengxay, the physical birthplace and spiritual cornerstone of modern-day Laos. The LNTA is promising an enriching and educational experience to those who visit the ‘cave city’ and plans for its development are set to be unveiled at the Lao Ecotourism Fair July 26-29 in Vientiane.

The 480 caves in Viengxay are those which were transformed into a de facto cave city when Laos - between 1964 and 1973 - became caught up in a secret war which remains largely ignored in world history. They were used to house leaders and fighters of the Phathet Lao army.

Source: traveldailynews.com

12:40 PM | Posted in , , , , , , , , , , , | Read More »

Related Posts Plugin for WordPress, Blogger...

Blog Archive

Recently Added