ພົບເຕົ່າສີທອງ ມີ ສາມຫາງ ຢູ່ ວຽງຈັນ
ປະຊາຊົນຫລາຍພາກ ສ່ວນໃຫ້ຄວາມສົນໃຈກ່ຽວກັບຂ່າວລືດັ່ງກ່າວດ້ວຍການເລົ່າປາກຕໍ່ປາກສູ່ກັນຟັງ ແລະ ບາງ ຄົນກໍ່ຮັບຮູ້ຂ່າວຈາກໂທລະພາບແຫ່ງຊາດ ຈິ່ງເປັນສາເຫດໃຫ້ພາ ກັນຫລັ່ງໄຫລໄປເບິ່ງເຕົ່າທີ່ມີສີ ເປັນສີທອງຄ້າຍຄືຄຳ ເຊິ່ງຫລາຍຄົນກໍ່ເຊື່ອຖືແບບງົມງວາຍຕ່າງໆນາໆ ເຮັດໃຫ້ບັນຍາກາດທີ່ນັ້ນ ເບິ່ງຄ້າຍຄືບຸນຊ່ວງເຮືອ.

ຜູ້ຂຽນໄດ້ຍິນຂ່າວຈາກຫມູ່ ຄົນຫນຶ່ງ (ບໍ່ປະສົງອອກນາມ) ວ່າມີເຕົ່າສອງໂຕຂຶ້ນຢູ່ທີ່ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເມື່ອລົງໄປເບິ່ງປາກົດວ່າມີຜູ້ຄົນຫນາແຫນ້ນພໍສົມຄວນ ພ້ອມທັງໄດ້ຍິນສຽງຂຶ້ນມາຈາກບຶງທາດຫລວງວ່າ: ມີເຮືອບໍລິການຂ້າມເດີ ຫລັງຈາກນັ້ນກໍ່ໂກ້ຍຂຶ້ນເຮືອທັນທີ ຍ້ອນຢາກເຫັນເຕົ່າແຮງ, ເມື່ອໄປຮອດກໍ່ເຫັນເຕົ່າທີ່ວ່ານີ້ ມີສອງໂຕ, ໂຕຫນຶ່ງເປັນໂຕຜູ້ອີກໂຕຫນຶ່ງເປັນໂຕແມ່, ມີລັກສະນະເດັ່ນທີ່ອອງ, ຫົວເປັນສີທອງ, ຂາຍາວສີດຳ, ສ່ວນໂຕຜູ້ອອງ ຫົວຈະເປັນສີດຳປະສົມທອງຂາຍາວຄືກັນ ແຕ່ລະມື້ຈະມີຄົນມາຊົມເປັນຈຳນວນຫລາຍພໍເຫັນ ແລ້ວກໍ່ຟ້າວກັບມາຮອດຝັ່ງ ເພາະສະຖານທີ່ນັ້ນແມ່ນຢູ່ກາງບຶງທາດຫລວງ.
ນາງ ພອນມະນີ ສີຫາລາດ ປະຊາຊົນບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ກ່າວຕໍ່ຜູ້ຂຽນອາທິດຜ່ານມາ ວ່າ: “ໃນວັນທີ 5 ກັນຍາມີເຕົ່າໂຕຫນຶ່ງ ຂຶ້ນມາຢູ່ນຳຕໍ່ມາເວລາ 6 ໂມງ ຂອງວັນທີ 12 ກັນຍາກໍ່ມີມາເພີ່ມອີກຫນຶ່ງໂຕຫມາຍຄວາມວ່າ ປະຈຸບັນນີ້ ມີເຕົ່າສອງໂຕຢູ່ເຮືອນ, ແຕ່ລະມື້ຈະມີຄົນຈຳນວນຫລາຍມາເບິ່ງມາຊົມ ເພື່ອທັດສະນະສຶກສາຫາຂໍ້ແທ້ຈິ່ງກ່ຽວກັບເຕົ່າ, ແຕ່ກ່ອນເຕົ່າ ຈະມາຢູ່ນັ້ນຂ້າພະເຈົ້າຝັນວ່າ ມີຍາພໍ່ຜ້າຂາວມາຂໍຢູ່ນຳນັ້ນກໍ່ແລ້ວແຕ່ຄວາມເຊື່ອຂອງແຕ່ລະຄົນທີ່ຈະເຄົາລົບເຊື່ອຖື ຫລື ບໍ່”.

ມື້ຫນຶ່ງເຕົ່າຈະລົງອາບນ້ຳ 6 ເທື່ອແລ້ວຂຶ້ນມາອີກ, ແຕ່ລະມື້ ຂ້າພະເຈົ້າຈະອອກຕະຫລາດໄປຊື້ເຫັດມາໃຫ້ເຕົ່າກິນບາງມື້ກໍ່ໄດ້ຈາກແຂກທີ່ມາຊົມເຕົ່າ. ນາງ ພອນມະນີ ກ່າວຕໍ່ກັບບັນຫາດັ່ງກ່າວ ທ້າວ ສີວິໄລ ນັກສຶກສາວິທະຍາໄລປາກປາສັກກ່າວວ່າ: ຂ້າພະເຈົ້າໄດ້ຂ່າວຈາກເພື່ອນວ່າເປັນເຕົ່າທີ່ສັກສິດ ແຕ່ມາເຫັນຕົວຈິງຄາດວ່າ ເປັນເຕົ່າທີ່ຫາຍາກອີກຊະນິດຫນຶ່ງທີ່ປາກົດຂຶ້ນທີ່ນີ້, ຜ່ານມາກໍ່ມີຫລາຍບ່ອນເຊັ່ນເຕົ່າອອງສີເຫລືອງ ຢູ່ວັດສີບຸນ ເຮືອງ ເມືອງວັງວຽງ ແຂວງວຽງຈັນ ກໍ່ຄ້າຍຄືກັນ ແລະ ມີຫລາຍເຫດການເກີດຂຶ້ນໃນປີຜ່ານມາ.
ປະຈຸບັນ ຍັງບໍ່ທັນມີພາກສ່ວນໃດຢັ້ງຢືນວ່າ ເຕົ່າດັ່ງກ່າວເປັນເຕົ່າທີ່ຫາຍາກອາຍຸຈັກປີ ແລະ ມາຈາກສາຍພັນໃດບັນຫາດັ່ງກ່າວເຮັດໃຫ້ມີຂໍ້ສົງໃສ ພ້ອມທັງໂຕ້ຖຽງກັນຢ່າງກວ້າງ ຂວາງຢູ່ໃນສັງຄົມ. ນອກຈາກນີ້ ຍັງເປັນບ່ອນທຳນາຍ, ຂໍຫວຍ, ສ່ຽງໂຊກກັນສະຫນັ່ນຫວັ່ນໄຫວຂອງຜູ້ທີ່ເຊື່ອຖືແບບງົມງວາຍໄປແລ້ວ ເຊື່ອແນ່ວ່າ ຖ້າມີພາກສ່ວນກ່ຽວຂ້ອງເຂົ້າມາວິໄຈ ຢ່າງຈິງຈັງອາດຈະຊ່ວຍແກ້ໄຂຂໍຂ້ອງໃຈຂອງມະຫາຊົນໄດ້.
ນາງ ດອກຈັນ ມາຈາກ ເມືອງປາກເຊ ແຂວງຈຳປາສັກ ໃຫ້ທັດສະນະຕື່ມວ່າ: ບັນຫານີ້ ຖ້າບໍ່ໄດ້ຮັບການແກ້ໄຂ ແລະ ພິສູດຫາຄວາມຈິ່ງທີ່ມາຂອງເຕົ່າ ກໍ່ຈະເຮັດຜູ້ທີ່ມັກຂອງແປກປ່ອຍຂ່າວອອກຕ່າງໆນາໆໂດຍທີ່ບໍ່ຄຳນຶງເຖິງຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຜົນກະທົບຕາມມາຄື ກໍ່ໃຫ້ເກີດຄວາມວຸ້ນວາຍກ້າວໄປສູ່ການຕໍ່ເຕີມເສີມແຕ່ງຜິດຈາກຄວາມເປັນຈິງຫລາຍຂຶ້ນ, ຜູ້ສວຍໂອກາດກຳລັງຈ້ອງມອງຊ່ອງວ່າງທີ່ສວມວິນຍານຜີສິງເຂົ້າຕື່ມອີກ. ສະນັ້ນ ທາງອຳນາດການປົກຄອງ ແລະພາກສ່ວນທີ່ກ່ຽວຂ້ອງຈົ່ງເຫັນຄວາມສຳຄັນດັ່ງກ່າວ ຕໍ່ຄວາມສະຫງົບສຸກຂອງປະຊາຊົນ.
cool..