|

ພົບເຕົ່າສີທອງ ມີ ສາມຫາງ ຢູ່ ວຽງຈັນ


ປະ­ຊາ­ຊົນ​ຫລາຍ​ພາກ ສ່ວນ​ໃຫ້​ຄວາມ​ສົນ­ໃຈ​ກ່ຽວ​ກັບຂ່າວ​ລື​ດັ່ງ­ກ່າວ​ດ້ວຍ​ການ​ເລົ່າປາກ​ຕໍ່­ປາກ​ສູ່​ກັນ​ຟັງ ແລະ ບາງ ຄົນ​ກໍ່​ຮັບ​ຮູ້​ຂ່າວ​ຈາກ​ໂທລະ­ພາບແຫ່ງ​ຊາດ ຈິ່ງ​ເປັນ​ສາ­ເຫດ​ໃຫ້​ພາ ກັນ​ຫລັ່ງ­ໄຫລ​ໄປ​ເບິ່ງ​ເຕົ່າ​ທີ່​ມີ​ສີ ເປັນ​ສີ​ທອງ​ຄ້າຍ­ຄື​ຄຳ ເຊິ່ງ​ຫລາຍຄົນ​ກໍ່​ເຊື່ອ​ຖື​ແບບ​ງົມ­ງວາຍ​ຕ່າງໆນາໆ ເຮັດ​ໃຫ້​ບັນ­ຍາ­ກາດ​ທີ່​ນັ້ນ ເບິ່ງ​ຄ້າຍ­ຄື​ບຸນ­ຊ່ວງ­ເຮືອ.

ຜູ້​ຂຽນ​ໄດ້​ຍິນ​ຂ່າວ​ຈາກ​ຫມູ່ ຄົນ​ຫນຶ່ງ (ບໍ່​ປະ­ສົງ​ອອກ​ນາມ) ວ່າ​ມີ​ເຕົ່າ​ສອງ​ໂຕ​ຂຶ້ນ​ຢູ່​ທີ່​ບ້ານຫົວ​ຂົວ ເມືອງ​ໄຊ​ເສດ​ຖາ ນະຄອນ​ຫລວງ​ວຽງ​ຈັນ ເມື່ອ​ລົງ​ໄປເບິ່ງ​ປາ­ກົດ​ວ່າ​ມີ​ຜູ້​ຄົນ​ຫນາແຫນ້ນ​ພໍ​ສົມ­ຄວນ ພ້ອມ​ທັງ​ໄດ້ຍິນ​ສຽງ​ຂຶ້ນ​ມາ​ຈາກ​ບຶງ​ທາດຫລວງ​ວ່າ: ມີ​ເຮືອ​ບໍ­ລິ­ການ​ຂ້າມເດີ ຫລັງ​ຈາກ​ນັ້ນ​ກໍ່​ໂກ້ຍ​ຂຶ້ນ​ເຮືອທັນ­ທີ ຍ້ອນ​ຢາກ​ເຫັນ​ເຕົ່າ​ແຮງ, ເມື່ອ​ໄປ​ຮອດ​ກໍ່​ເຫັນ​ເຕົ່າ​ທີ່​ວ່າ​ນີ້ ມີສອງ​ໂຕ, ໂຕ​ຫນຶ່ງ​ເປັນ​ໂຕ​ຜູ້​ອີກໂຕ​ຫນຶ່ງ​ເປັນ​ໂຕ​ແມ່, ມີ​ລັກ­ສະ­ນະເດັ່ນ​ທີ່​ອອງ, ຫົວ​ເປັນ​ສີ​ທອງ, ຂາ​ຍາວ​ສີ­ດຳ, ສ່ວນ​ໂຕ​ຜູ້​ອອງ ຫົວ​ຈະ​ເປັນ​ສີ­ດຳ​ປະ­ສົມ​ທອງ​ຂາຍາວ​ຄື​ກັນ ແຕ່​ລະ​ມື້​ຈະ​ມີ​ຄົນ​ມາຊົມ​ເປັນ​ຈຳ­ນວນ​ຫລາຍ​ພໍ​ເຫັນ ແລ້ວ​ກໍ່​ຟ້າວ​ກັບ​ມາ​ຮອດ​ຝັ່ງ ເພາະ​ສະ­ຖານ­ທີ່​ນັ້ນ​ແມ່ນ​ຢູ່​ກາງບຶງ​ທາດ­ຫລວງ.

ນາງ ພອນ​ມະ­ນີ ສີ​ຫາ​ລາດ ປະ­ຊາ­ຊົນບ້ານ​ຫົວ​ຂົວ ເມືອງ​ໄຊເສດ​ຖາ ນະ­ຄອນ­ຫລວງ​ວຽງ​ຈັນ ກ່າວ​ຕໍ່​ຜູ້​ຂຽນ​ອາ­ທິດ​ຜ່ານ​ມາ ວ່າ: “ໃນ​ວັນ​ທີ 5 ກັນ­ຍາ​ມີ​ເຕົ່າໂຕ​ຫນຶ່ງ ຂຶ້ນ​ມາ​ຢູ່​ນຳ​ຕໍ່​ມາ​ເວ­ລາ 6 ໂມງ ຂອງ​ວັນ​ທີ 12 ກັນ­ຍາກໍ່​ມີ​ມາ​ເພີ່ມ​ອີກ​ຫນຶ່ງ​ໂຕ​ຫມາຍຄວາມ​ວ່າ ປະ­ຈຸ​ບັນ​ນີ້ ມີ​ເຕົ່າ​ສອງໂຕ​ຢູ່​ເຮືອນ, ແຕ່​ລະ​ມື້​ຈະ​ມີ​ຄົນ​ຈຳນວນ​ຫລາຍ​ມາ​ເບິ່ງ​ມາ​ຊົມ ເພື່ອທັດ­ສະ­ນະ​ສຶກ​ສາ​ຫາ​ຂໍ້​ແທ້ຈິ່ງ​ກ່ຽວ​ກັບ​ເຕົ່າ, ແຕ່​ກ່ອນ​ເຕົ່າ ຈະ​ມາ​ຢູ່​ນັ້ນ​ຂ້າ­ພະ­ເຈົ້າ​ຝັນ​ວ່າ ມີ​ຍາ­ພໍ່​ຜ້າ​ຂາວ​ມາ​ຂໍ​ຢູ່​ນຳ​ນັ້ນ​ກໍ່ແລ້ວ­ແຕ່​ຄວາມ​ເຊື່ອ​ຂອງ​ແຕ່​ລະຄົນ​ທີ່​ຈະ​ເຄົາ­ລົບ​ເຊື່ອ​ຖື ຫລື ບໍ່”.

ມື້­ຫນຶ່ງ​ເຕົ່າ​ຈະ​ລົງ​ອາບ­ນ້ຳ 6 ເທື່ອ​ແລ້ວ​ຂຶ້ນ​ມາ​ອີກ, ແຕ່​ລະ​ມື້ ຂ້າ­ພະ­ເຈົ້າ​ຈະ​ອອກ​ຕະ­ຫລາດ​ໄປຊື້​ເຫັດ​ມາ​ໃຫ້​ເຕົ່າ​ກິນ​ບາງ​ມື້​ກໍ່​ໄດ້ຈາກ​ແຂກ​ທີ່​ມາ​ຊົມ​ເຕົ່າ. ນາງ ພອນ​ມະ­ນີ ກ່າວ​ຕໍ່​ກັບ​ບັນ­ຫາ​ດັ່ງກ່າວ ທ້າວ ສີ­ວິ­ໄລ ນັກ​ສຶກ​ສາ​ວິທະ​ຍາ​ໄລ​ປາກ​ປາ​ສັກ​ກ່າວ​ວ່າ: ຂ້າ­ພະ­ເຈົ້າ​ໄດ້​ຂ່າວ​ຈາກ​ເພື່ອນ​ວ່າເປັນ​ເຕົ່າ​ທີ່​ສັກ­ສິດ ແຕ່​ມາ​ເຫັນ​ຕົວຈິງ​ຄາດ​ວ່າ ເປັນ​ເຕົ່າ​ທີ່​ຫາ​ຍາກອີກ​ຊະ­ນິດ​ຫນຶ່ງ​ທີ່​ປາ­ກົດ​ຂຶ້ນ​ທີ່ນີ້, ຜ່ານ​ມາ​ກໍ່​ມີ​ຫລາຍ​ບ່ອນ​ເຊັ່ນເຕົ່າ​ອອງ​ສີ­ເຫລືອງ ຢູ່​ວັດ​ສີ​ບຸນ ເຮືອງ ເມືອງ​ວັງ​ວຽງ ແຂວງວຽງ​ຈັນ ກໍ່​ຄ້າຍ­ຄື​ກັນ ແລະ ມີຫລາຍ​ເຫດ­ການ​ເກີດ​ຂຶ້ນ​ໃນ​ປີຜ່ານ​ມາ.

ປະ­ຈຸ​ບັນ​ ຍັງ​ບໍ່​ທັນ​ມີ​ພາກສ່ວນ​ໃດ​ຢັ້ງ­ຢືນ​ວ່າ ເຕົ່າ​ດັ່ງ­ກ່າວເປັນ​ເຕົ່າ​ທີ່​ຫາ​ຍາກ​ອາ­ຍຸ​ຈັກ​ປີ ແລະ ມາ​ຈາກ​ສາຍ​ພັນ​ໃດ​ບັນ­ຫາດັ່ງ­ກ່າວ​ເຮັດ​ໃຫ້​ມີ​ຂໍ້​ສົງ​ໃສ ພ້ອມທັງ​ໂຕ້​ຖຽງ​ກັນ​ຢ່າງ​ກວ້າງ­ ຂວາງຢູ່​ໃນ​ສັງ­ຄົມ. ນອກ­ຈາກ​ນີ້ ຍັງເປັນ​ບ່ອນ​ທຳ­ນາຍ, ຂໍ​ຫວຍ, ສ່ຽງ​ໂຊກ​ກັນ​ສະ­ຫນັ່ນ​ຫວັ່ນ­ໄຫວຂອງ​ຜູ້​ທີ່​ເຊື່ອ​ຖື​ແບບ​ງົມ­ງວາຍໄປ​ແລ້ວ ເຊື່ອ​ແນ່​ວ່າ ຖ້າ​ມີ​ພາກສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ມາ​ວິ­ໄຈ ຢ່າງ​ຈິງ​ຈັງ​ອາດ​ຈະ​ຊ່ວຍ​ແກ້​ໄຂຂໍ​ຂ້ອງ​ໃຈ​ຂອງ​ມະ­ຫາ­ຊົນ​ໄດ້.

ນາງ ດອກ​ຈັນ ມາ​ຈາກ ເມືອງ​ປາກ​ເຊ ແຂວງ​ຈຳ­ປາ​ສັກ ໃຫ້​ທັດ­ສະ­ນະ​ຕື່ມ​ວ່າ: ບັນ­ຫາ​ນີ້ ຖ້າ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ ແລະ ພິສູດ​ຫາ​ຄວາມ​ຈິ່ງ​ທີ່​ມາ​ຂອງ​ເຕົ່າ ກໍ່​ຈະ​ເຮັດ​ຜູ້​ທີ່​ມັກ​ຂອງ​ແປກ​ປ່ອຍຂ່າວ​ອອກ​ຕ່າງໆ​ນາໆໂດຍ​ທີ່​ບໍ່ຄຳ­ນຶງ​ເຖິງ​ຄວາມ​ເປັນ​ລະ­ບຽບຮຽບ​ຮ້ອຍ​ຂອງ​ສັງ­ຄົມ ແລະ ຜົນກະ­ທົບ​ຕາມ​ມາ​ຄື ກໍ່­ໃຫ້­ເກີດ​ຄວາມວຸ້ນ­ວາຍ​ກ້າວ​ໄປ​ສູ່​ການ​ຕໍ່​ເຕີມເສີມ​ແຕ່ງ​ຜິດ​ຈາກ​ຄວາມ​ເປັນ​ຈິງຫລາຍ​ຂຶ້ນ, ຜູ້​ສວຍ­ໂອ­ກາດ​ກຳລັງ​ຈ້ອງ​ມອງ​ຊ່ອງ​ວ່າງ​ທີ່​ສວມວິນ​ຍານ​ຜີ​ສິງ​ເຂົ້າ​ຕື່ມ​ອີກ. ສະ­ນັ້ນ ທາງ​ອຳ­ນາດ​ການ​ປົກ­ຄອງ ແລະພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຈົ່ງ​ເຫັນຄວາມ​ສຳ­ຄັນ​ດັ່ງ­ກ່າວ​ ຕໍ່​ຄວາມສະ­ຫງົບ​ສຸກ​ຂອງ​ປະ­ຊາ­ຊົນ.

Ecom

Posted by samakomlao on 4:06 PM. Filed under , , . You can follow any responses to this entry through the RSS 2.0. Feel free to leave a response

1 comments for "ພົບເຕົ່າສີທອງ ມີ ສາມຫາງ ຢູ່ ວຽງຈັນ"

  1. Anonymous

    cool..

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added