U16 ຂອງລາວ ເສຍປະຕູໃຫ້ ຫວຽດນາມ 30 ປະຕູ ຕໍ່ 0 !
ກອງເຊຍຊາວແຂວງຈຳປາສັກ ພາກັນຫລັງໄຫລເຂົ້າຊົມເປັນກຳລັງໃຈແກ່ນັກກີລາບານເຕະຢູ 16 ຂອງລາວຢ່າງຫນາແຫນ້ນຫວັງເຫັນຟອມເກ່ງກັບມາຄືແຕ່ກ່ອນ ແຕ່ຜິດຫວັງລົງແຂ່ງສອງນັດພົບນັກເຕະຈອມແຂ່ງແກ່ນແຮງຫລາຍ ຢູ 16 ສສ ຫວຽດນາມເສຍທັງສອງນັດບານເຕະມິດຕະພາບທີ່ແຂວງຈຳປາສັກ.
ເປັນເກມທີ່ຫນ້າຜິດຫວັງສຳລັບຜົນການບານເຕະຢູ 16 ຂອງລາວ ຫລັງເສຍໃຫ້ກັບທີມເຕະບານຢູ 16 ຂອງສະໂມສອນ ຮ່ວງແອງຢາລາຍ ສສ ຫວຽດນາມ ສອງນັດຕິດຕໍ່ກັນ, ທ່າມກາງຄວາມຜິດຫວັງຂອງຜູ້ຊົມຊາວລາວກໍ່ຄືຊາວແຂວງຈຳປາ ສັກ ທີ່ໄດ້ຫລັ່ງເຂົ້າຊົມໃຫ້ກຳລັງ ໃຈ ຫວັງວ່າຈະເຫັນຂຸນພົນນັກ ເຕະລາວ ໂຊຟອມເກ່ງຄືໄລຍະກ່ອນແຕ່ກໍ່ບໍ່ໄປຕາມຄາດ, ຖືກຢູ 16 ຂອງຫວຽດນາມຄຸມເກມບຸກໃສ່ຕັ້ງແຕ່ເລີ່ມເກມທຳອິດ ແລະ ຂຶ້ນນຳກ່ອນ 20 ປະຕູ. ກັບມາເຄິ່ງເວລາທີສອງ ເກມຂອງລາວໃຊ້ແຕ່ລູກໂຍນໃຫ້ ແລ່ນແບບດຽວຈົນຫມົດເວລາແຮງກໍ່ຫມົດແຖມຍັງຖືກຍິງປະຕູຕື່ມເປັນ 30 ປະຕູ, ເຊິ່ງໄດ້ເຮັດໃຫ້ແຟນບານໃນສະຫນາມຫລັກ 2 ເມືອງປາກເຊ ບໍ່ຄ່ອຍພໍໃຈກັບຜົນງານຢູ 16 ລາວພໍເທົ່າໃດ.
ຢ່າງໃດກໍ່ຕາມການແຂ່ງຂັນຄັ້ງນີ້ເຖິງຈະເປັນພຽງເກມມິດຕະພາບລະຫວ່າງສອງປະເທດກໍ່ຕາມ ແຕ່ມັນໄດ້ສະແດງເຖິງ ຄວາມພ້ອມ ແລະ ການພັດທະນາສີຕີນຂອງນັກເຕະລາວທີ່ຈະໄປແຂ່ງຢູ16 ຊີງແຊ໋ມອາຊີຮອບສຸດທ້າຍໃນມໍ່ໆນີ້ ເຊິ່ງຄວາມ ຫວັງຂອງລາວທົ່ວປະເທດທີ່ຢາກເຫັນຜົນງານຂອງນັກເຕະຊຸດນີ້ສ້າງຜົນງານ ແລະ ສື່ສຽງໃຫ້ກັບປະເທດ, ດັ່ງນັ້ນ ການ ເສຍໃຫ້ກັບທີມສະໂມສອນຮ່ວງ ແອງຢາລາຍໃນສອງນັດຕິດຕໍ່ກັນນີ້ຄົງຈະເປັນບົດຮຽນແກ່ຄະນະຮັບຜິດຊອບກໍ່ຄືຄູຝຶກນັກກີລາລວມທັງນັກກີລາເອງ.

ບໍ່ໄວ້ຫນ້າກັນເລີຍເນາະແກວນີ້ ໆ
don't go to Iran of next month , shame face lao people ...and please keep money for another ....
ຄວນແຂວນຄໍໂຄຊທິມນີ້ ...ເຮັດຄົນລາວທັງປະເທດຕ້ອງອັບອາຍຂາຍໜ້າ ບໍ່ສົມສິມາເປັນ
ທິມໂຕແທນໃຫ້ປະເທດລາວເລີຍ. ຖ້າແມ່ນຢູ່ເກົາຫຼີເໜືອ ແມ່ນຖືກຍິງເປົ້າຖິ້ມແລ້ວ.
@Anonymous
ສົງໃສ ນັກເຕະບໍ່ໄດ້ກິນເຂົ້າ. ຫຼື ບໍ່ດັ່ງນັ້ນ, ກໍຂາກຸດ
@Anonymous
ບໍ່ຕ້ອງຕິຫວຽດດອກ. ນັກເຕະບໍ່ໄດ້ກິນເຂົ້າ ຫຼື ບໍ່ດັ່ງນັ້ນ ກໍ່ບໍ່ມີຂາ.
ເຊົາເຕະຊະ ໄປເຮັດນາລະກະແລ້ວ
ສົງໃສ່ ໂຄດກີນເຫລົ້າຄົງເຊໂດນຫລາຍໂພ້ດ
່ຶແນວລາວ ເປັນລູກນ້ອງຫວຽດ ຢ້ານມັນ ຕັ້ງແຕ່ບໍ່ທັນໄດ້ເຮັດຫຍັງພີ້ນ໋າ!
ສືບຕໍ່ກິນນ້ຳໄຕ້ສອກເຂົາໄປ ຊັ້ນຕົ໊ວ ລຖບລ ເຮົານ໋າ!
umm could be the Guinness book of world record ...
I know this is a friendship match, But please fire the coach and his stuffs. this disgraces to the Laos and lao people. How could that happen ? 30 to nail ? Unbelieveable....
30 ລູກ ຫຼື 3 ລູກ ຖ້າ 30 ລູກ u 16 ລາວ ນອນກົນ
ນັກເຕາະ U16 ລາວ ບໍ່ໄດ້ກີນເຂົ້າບໍ່ ຄືບໍ່ມີເຮື່ອມີແຮງ ຫລື ນອນຫລັບຢູ່ຕິ
viet pen por Lao de!! tar Lao si win ka bor pen ta bg lea noc hahahahah =))
ຄວນມີຄົນຮັບຜິດຊອບໃນເລື່ອງນີ້, ເຖິງຈະເປັນນັດກະຊັບມິດແຕ່ກໍ່ເຕະໃນນາມປະເທດເປັນຕົວແທນຂອງປະຊາຊົນລາວ
ຖ້າເປັນຕ່າງປະເທດໂຄດຖືກໄລ່ອອກໄປແລ້ວ
Have more to training
Lao Teams drink before practice and drink again after each game, congratulation!
ບໍ່ແມ່ນດອກ 30- 1
ພວກຫູເບົາ ຟັງແລັວກາເຊື່ອໂລດ
ລູກຫມາໂຕໃດ ຄືມາດູຖູກຄົນລາວແທ້.
ເສຍຫລາຍໂພດຕິຕັ້ງ30ລູກ ແບບນີ້ຄູຝຶກລາວເອົາມັນໄປປ່ອຍວັດພ້ອມກັບນັກເຕະທັງທີມໄປເລີຍ ລ້ຽງເສຍເຂົ້າເສຍນ້ຳຊື່ໆ ອາຍເຂົາລ້າໆ ເສຍປະຕູຕັ້ງ30ລູກໃນການລົງເຕະນັດ1 ຊົ່ວຄືໝາແທ້ນໍ້ພວກມຶງນີ່.....
ຮູ້ແລ້ວວ່າ ນັກເຕະ ແລະ ຄູຝຶກ ຂອງທິມລາວ ຍັງບໍ່ທັນຈົບຫຼກສູດຮຽນເຕະບານ ຊັ້ນປະຖົມ, ແຕ່ກໍ່ຍັງຫຼັບຫູຫຼັບຕາສົ່ງໄປເຂົ້າຮ່ວມ. ໃຫ້ໂອກາດເຂົາຮຽນຈົບກ່ອນ. ຖ້າໄປເທື່ອໜ້າ ກະລຸນາຢ່າໃສ່ຊື່ຊາດລາວ, ມັນເສຍຫາຍ.
ເລືອກເອົາແຕ່ເດັກເສັ້ນໄປບໍ?
I don't believe at all.
ບໍເປັນຫຍັງ ຈົງຮຽນຮູ້ຈາກສິງທີຜິດພາດ ແລະກ້າວໄປຂ້າງຫນ້າ ອິກຄັງໃຫນ່ ລາວສູ້ສູ້