ລາວຫ້າມໂຄສະນາ ອາຫານຢາ-ເຄື່ອງສຳອາງ ທີ່ບໍ່ໄດ້ຮັບການກວດກາ

ເນື່ອງຈາກໃນໄລຍະຜ່ານມາ ມີການສົ່ງຂ່າວ, ຮ້ອງທຸກ ຈາກທາງພາກລັດ ແລະ ປະຊາຊົນ ກ່ຽວກັບການໂຄສະນາອວດອ້າງສັບພະຄຸນເກີນຄວາມ ຈິງຊຶ່ງເປັນການຂັດກັບລະບຽບ, ກົດໝາຍ ແລະ ຂາດ ຈັນຍາທຳ ດ້ວຍວິທີໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານ ຜະລິດຕະພັນອາຫານ, ອາຫານເສີມ, ນ້ຳດື່ມ, ຢາ ແລະ ເຄື່ອງສຳອາງບາງສະນິດ ໃນຮູບແບບການຈັດສຳມະນາ, ປະຊຸມ, ຜ່ານສື່ຕ່າງໆຂອງບໍລິສັດ ຫລື ສາຂາຕົວແທນຈຳໜ່າຍຈຳນວນໜຶ່ງ ໂດຍໄດ້ ໂຄສະນາອວດອ້າງສັບພະຄຸນເກີນຄວາມເປັນຈິງ, ເກີນຂອບເຂດ ທີ່ກົມອາ ຫານ ແລະ ຢາໄດ້ອະນຸມັດ ຫລື ບາງບໍລິສັດບໍ່ໄດ້ຮັບອະນຸມັດ ແຕ່ມີການ ໂຄສະນາລັກສະນະດຶງດູດ ແລະ ຊວນເຊື່ອແກ່ລູກຄ້າ ຫລື ຂາຍແບບລູກໂສ້ ໂດຍບໍ່ມີຈັນຍາບັນ ເພື່ອຫວັງຜົນດ້ານທຸລະກິດເທົ່ານັ້ນ, ເຮັດໃຫ້ຜູ້ບໍລິໂພກ ຈຳນວນໜຶ່ງທີ່ຮູ້ເທົ່າບໍ່ເຖິງການຫລົງເຊື່ອ ແລະ ບໍລິໂພກຜະລິດຕະພັນດັ່ງກ່າວ ໂດຍສະເພາະແມ່ນຜະລິດຕະພັນອາຫານເສີມ ທີ່ໂຄສະນາອວດອ້າງ ສາມາດປິ່ນປົວໄດ້ຫລາຍພະຍາດ ແຕ່ໃນຕົວຈິງແລ້ວອາຫານເສີມແມ່ນບໍ່ສາມາດປິ່ນປົວພະຍາດໄດ້ ພຽງແຕ່ຊ່ວຍບຳລຸງຮ່າງກາຍ ແລະ ເສີມສ້າງພູມຕ້ານທານ ຂອງຮ່າງກາຍເທົ່ານັ້ນ.
ດັ່ງນັ້ນ ກົມອາຫານ ແລະ ຢາ ຈຶ່ງແຈ້ງເຖິງບັນດາທ່ານ ທີ່ດຳເນີນທຸລະກິດດ້ານອາຫານ, ຢາ ແລະ ເຄື່ອງສຳອາງຊາບວ່າ: ຫ້າມໂຄສະນາອວດອ້າງສັບພະຄຸນ ອາຫານ, ຢາ ແລະ ເຄື່ອງສຳອາງເກີນຂອບເຂດການອະນຸຍາດທີ່ອະນຸມັດ ໂດຍກົມອາຫານ ແລະ ຢາ, ຫ້າມໂຄສະນາອາຫານເສີມ, ຢາ ແລະ ເຄື່ອງສຳອາງ ທີ່ບໍ່ໄດ້ຮັບການກວດກາ ແລະ ອະນຸຍາດ ດ້ານເນື້ອໃນຈາກກົມອາຫານ ແລະ ຢາ, ຜະລິດຕະພັນອາຫານເສີມບໍ່ແມ່ນຢາໃຊ້ປິ່ນປົວພະຍາດ ຫ້າມມີການ ໂຄສະນາອວດອ້າງຊັບພະຄຸນ. ທຸກການລະເມີດຝ່າຝືນ ຈະຖືກປະຕິບັດຕາມມາດຕະການທີ່ກຳນົດໄວ້ ໃນລະບຽບກົດໝາຍ
ຂປລ